Home » ປາກເປັນທໍາ ຫົວໃຈເປັນຍັກ

ປາກເປັນທໍາ ຫົວໃຈເປັນຍັກ

ໂດຍ ຄໍາສັບລາວ

ຄໍາໂຕງໂຕຍນີ້ ມີຄວາມໝາຍວ່າ ຄວາມເວົ້າກັບແນວຄິດບໍ່ກົງກັນ ເວົ້າຢ່າງໜຶ່ງເຮັດຢ່າງໜຶ່ງ, ອະທິບາຍ ປາກເປັນທໍາໝາຍເຖິງ ການເວົ້າສະແດງຕົນວ່າ ເປັນຄົນມີສິນທໍາ, ຄົນດີ, ມີຄວາມເມດຕາ, ເວົ້າດ້ວຍຄວາມສັດຊື່ ແຕ່ຈິດໃຈກັບມີແນວຄິດໂຫດຮ້າຍ, ຫວັງທໍາລາຍຄົນອື່ນ ຄື ຍັກ ເຊິ່ງຍັກນີ້ ຕາມຄະຕິບູຮານກ່າວວ່າ ມີຕົວຕົນ ມີລິດເຫາະໄດ້ ແລະ ມັກກິນຄົນ, ສັດດິບເປັນອາຫານ ມີການກ່າວໃນ ວັນນະຄະດີພື້ນເມືອງບົດວັນນະຄະດີ. (ສີວຽງແຂກ ກອນນິວົງ: 575)

(ຫຸມພັນ, 2007:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!