Home » ບ້ານ, ໝູ່ບ້ານ, ບ້ານພັກ ໃນພາສາລາວ

ບ້ານ, ໝູ່ບ້ານ, ບ້ານພັກ ໃນພາສາລາວ

ໂດຍ ຄໍາສັບລາວ

ໃນພາສາລາວ ຄຳວ່າ “ບ້ານ” ເປັນຄຳນາມ ໝາຍເຖິງ ບ່ອນທີ່ມີເຮືອນຄົນ ຫຼາຍຫຼັງຕັ້ງ ແລະ ຢູ່ຖາວອນ. ໃນພາສາອັງກິດ ຮຽກ “Village”.

ຄຳວ່າ “ໝູ່ບ້ານ” ໝາຍເຖິງ ບ້ານຫຼາຍບ້ານ ຕັ້ງຢູ່ນຳກັນ, ບ້ານທີ່ຕັ້ງຢູ່ເປັນໝູ່ ໃນພາສາລາວເດີມ ບໍ່ພົບຄຳປະສົມຄຳນີ້, ປະຈຸບັນ ເຖິງຈະປະສົມ ໄດ້ຄຳນີ້ມາ ແຕ່ບໍ່ຮູ້ວ່າ ຈະໃຊ້ໃນກໍລະນີໃດ ຈິ່ງຈະຖືກ. ເພາະຫຼາຍບ້ານຕັ້ງຢູ່ນຳກັນ ອາດເອີ້ນເປັນ ເມືອງ ກໍໄດ້ເຊັ່ນ: ເມືອງສີສັດຕະນາກ ກໍມີຫຼາຍບ້ານຢູ່ນຳກັນ. ຫາກໝູ່ບ້ານ ໝາຍເຖິງ ຕາແສງກໍບໍ່ຖືກ ເພາະຕາແສງ ແມ່ນຊື່ທີ່ຕັ້ງ ເຂດການປົກຄອງທີ່ນ້ອຍກວ່າເມືອງ ແລະ ມີບໍ່ເກີນ 10 ບ້ານ, ແຕ່ລະບ້ານນັ້ນ ຈະຢູ່ຕິດກັນ ຫຼື ຫ່າງກັນກໍໄດ້ ບໍ່ຈຳເປັນ ຈະເປັນໝູ່ເປັນພຶງ.

ຄຳວ່າ: “ບ້ານພັກ” ໃນພາສາລາວເຮົາ ມີຈິດສຳນຶກ ກ່ຽວກັບ ບ້ານທີ່ຢູ່ພຽງ ໄລຍະໃດໜຶ່ງ ແຕ່ບໍ່ໃສ່ຊື່ ດ້ວຍຄຳປະສົມ “ບ້ານ+ພັກ”. ໃຊ້ວິທີສ້າງ ຄຳສະເພາະຄື: “ລຸ້ງ” ເຊິ່ງກໍມີເຮືອນຫຼາຍຫຼັງ ຕັ້ງຢູ່ບ່ອນໜຶ່ງສະເພາະ. ຄວາມໝາຍ ຂອງຄຳວ່າ “ລຸ້ງ” ໝາຍເຖິງ ບ້ານຢູ່ຊົ່ວ ໄລຍະໃດໜຶ່ງ ເພາະວ່າ ທີ່ສຳລັບ ຕັ້ງລຸ້ງ ຕ້ອງເປັນທີ່ລັບລີ້ ຄົງເປັນຮ່ອມຫ້ອຍຕີນຜາກໍໄດ້ ໂດຍໃຫ້ມີປ່າປົກຄຸມ ແລະ ລຸ້ງເຮັດຂຶ້ນເພື່ອຢູ່ ເພື່ອຫຼົບໄພ ໃນໄລຍະມີສົງຄາມ ຍາມມີເສິກຈະມາເຖິງ. ພາລະຂອງ ລຸ້ງ ເທົ່າກັບບ້ານ, ແຕ່ສິ່ງທີ່ຕ່າງແມ່ນ ຢູ່ບໍ່ຖາວອນ, ບໍ່ມຸ່ງໝາຍ ຈະປູກຕົ້ນໝາກໄມ້ຍາວນານ. ແຕ່ “ບ້ານພັກ” ໃນລາວ ປະຈຸບັນ ເຫັນເປັນເຮືອນຫຼັງດຽວ ທີ່ມີຫ້ອງນອນ ຫຼາຍຫ້ອງ, ການຮຽກເຮືອນຫຼັງດຽວ ເປັນບ້ານ ແລະ ໃສ່: ບ້ານເລກທີ… ໃນພາສາລາວ ຟັງເປັນສີຂັດຫູ, ຫາກໃສ່ຊື່ເປັນ “ເຮືອນພັກ ຫຼື ເຮືອນແຮມ” ກໍຈະໃຫ້ຄວາມໝາຍ ແລະ ມະໂນພາບ ທີ່ໜ້າຮັກກວ່າ ສຳລັບ ພາສາລາວ, ແຂກຜູ້ມັກມາແຮມ ຫາກເຄີຍຮູ້ແຕ່ ບ້ານພັກ, ມາລາວ ເມື່ອຫາບ້ານພັກບໍ່ມີ ເຂົາເຈົ້າ ອາດຈະໄປຫາ ເຮືອນພັກ ຫຼື ເຮືອນແຮມ ກໍເປັນໄດ້.

ຮັກພາສາຂອງເຮົາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!