Home » ບຸນໄດ້ຫາບ ບາບໄດ້ຄອນ

ບຸນໄດ້ຫາບ ບາບໄດ້ຄອນ

ໂດຍ ຄໍາສັບລາວ

ຜູ້ມີບຸນໄດ້ສະບາຍ ຜູ້ມີບາບແລ້ວເຮັດອັນໃດກໍຍາກ (ບຸນຫຼາຍກວ່າບາບ). ຄຳໂຕງໂຕຍນີ້ ມີຄວາມໝາຍຂັດກັນລະຫວ່າງ ບຸນ ກັບ ບາບ ແລະ ການຫາບກັບຄອນ, ຄົນເຮົາມີຄວາມເຊື່ອກັນວ່າ ຜູ້ມີບຸນຈະເປັນຄົນດີ ເຮັດວຽກງານສິ່ງໃດກໍສະບາຍ ມີຜູ້ຊ່ວຍເຫຼືອ ປຽບດັ່ງ ຄຳໂຕງໂຕຍທີ່ວ່າ ບຸນໄດ້ຫາບ ເພາະການຫາບ ຈະສົມສ່ວນກັນທັງສອງເບື້ອງ ລະຫວ່າງ ສິ່ງຂອງທີ່ຢູ່ເບື້ອງໜ້າ ແລະ ເບື້ອງຫຼັງ ເຮັດໃຫ້ຫາບໄດ້ດົນ ສ່ວນຜູ້ທີ່ມີບາບ ມັກຈະພົບກັບຄວາມໂຫດຮ້າຍ ທາງດ້ານຮ່າງກາຍ ແລະ ຈິດໃຈ ເຮັດວຽກອັນໃດ ກໍຄືຍາກໄປໝົດ ບໍ່ມີຜູ້ຊ່ວຍເຫຼືອ ປຽບດັ່ງ ຄຳໂຕງໂຕຍທີ່ວ່າ ບາບໄດ້ຄອນ ເນື່ອງຈາກຄອນຈະເອົາໄມ້ໃສ່ ສອດໃສ່ເຄື່ອງຂອງຂ້າງດຽວ ເຮັດໃຫ້ເມື່ອຍ ເພາະມັນບໍ່ສະເໝີກັນ ໜັກຂ້າງດຽວ ໄປທາງໄກຍາກ. ເມື່ອອີງຕາມຄວາມເຊື່ອ ທາງສາສະໜາພຸດ ຜູ້ທີ່ປະພຶດຕົນໃນທາງທີ່ດີ ມັກຊ່ວຍເຫຼືອຄົນອື່ນ ກໍຈະໄດ້ຮັບຜົນບຸນຕອບແທນຫຼາຍ ເມື່ອຕົກທຸກໄດ້ຍາກ ມັກຈະມີຜູ້ມາຊ່ວຍຄືນ ກົງກັນຂ້າມຜູ້ປະພຶດຕົນບໍ່ດີ ຜິດສິນທຳ ເຮັດໃຫ້ຕົນເສື່ອມເສຍ ຜົນກະທຳນັ້ນ ກໍຈະເປັນບາບຕິດໂຕ ເຮັດສິ່ງໃດກໍພໍ້ແຕ່ ຄວາມລຳບາກ.

(ສີລາ, 2000:4)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!