Home » ນ້ຳເຢັນປາຂ້ອນ ນ້ຳຮ້ອນປາໜີ

ນ້ຳເຢັນປາຂ້ອນ ນ້ຳຮ້ອນປາໜີ

ໂດຍ ຄໍາສັບລາວ

ປາສ່ວນຫຼາຍຈະໂຮມໂຕອາໄສຢູ່ ບ່ອນນ້ຳທີ່ເຢັນ ເພາະມີອາຫານຫຼາຍ ແລະ ປາຈະປອດໄພຈາກ ໄພອັນຕະລາຍ. ສ່ວນນ້ຳຮ້ອນ ປາຈະໜີ ເພາະມັນບໍ່ສາມາດທົນຢູ່ບໍ່ໄດ້ ຖ້າຝືນຢູ່ ຈະເຮັດໃຫ້ມັນເຖິງແກ່ຄວາມຕາຍໄດ້. ເຊັ່ນດຽວກັບຜູ້ໃດ ມີຈິດໃຈເມຕາກະລຸນາ ເທົ່າກັບມີນ້ຳເຢັນຄົນກໍຮັກ ແລະ ນັບຖື ສ່ວນຄົນໃຈຮ້ອນບໍ່ຟັງເຫດຜົນຄົນອື່ນ, ໃຊ້ອຳນາດ ຜູ້ຢູ່ໃກ້ກໍຢ້ານ ຈຶ່ງຮູ້ສຶກວ່າ ຢູ່ເທິງກອງໄຟ ມື້ໜຶ່ງຕ້ອງມີອັນຕະລາຍ. ອີກຄວາມໝາຍໜຶ່ງ ໝາຍເຖິງສັງຄົມສະຫງົບສຸກໃຜກໍຢາກຢູ່, ຄົນສ່ວນໃຫຍ່ຈະມັກມາເຕົ້າໂຮມກັນຢູ່ ບ່ອນທີ່ມີຄວາມສະຫງົບສຸກ ມີສັນຕິພາບ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍ. ສ່ວນສະພາບແວດລ້ອມ ທີ່ຫຍຸ້ງຍາກ ບ້ານເມືອງມີໄພອັນຕະລາຍ ໃຜໆກໍໄປຊອກທີ່ຢູ່ອາໄສໃໝ່.

(ຫຸມພັນ, 2007:29)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!