Home » ນ້ຳຮ້ອນປາເປັນ ນ້ຳເຢັນປາຕາຍ

ນ້ຳຮ້ອນປາເປັນ ນ້ຳເຢັນປາຕາຍ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ມີລັກສະນະ ເວົ້າເກີນຄວາມຈິງ ຫຼື ເວົ້າປີ້ນກັນ ເພາະວ່າ ນ້ຳຮ້ອນຈະເຮັດໃຫ້ ປາທີ່ອາໄສຢູ່ ຕາຍໄດ້ ມັນຈະບໍ່ເປັນ ປາເປັນ ອີກ, ສ່ວນນ້ຳທີ່ເຢັນ ປາ ຈະອາໄສຢູ່ໄດ້ສະບາຍ ມັນຈະບໍ່ເຮັດໃຫ້ປາຕາຍໄດ້. ແຕ່ໃນຄວາມເປັນຈິງ ຄຳໂຕງໂຕຍນີ້ ມີຄວາມໝາຍປຽບເຖິງ ການແນະນຳ ຕາມຄວາມເປັນຈິງ ຄື ຜູ້ທີ່ເວົ້າຄວາມຮ້າຍ ແຕ່ເປັນຄຳບອກເຕືອນທີ່ດີ ແຕ່ຜູ້ທີ່ເວົ້າຈາ ອ່ອນຫວານ ເຫັນຄວາມຜິດແລ້ວບໍ່ເວົ້າ ອາດທຳຮ້າຍຄົນໆນັ້ນ ຫຼື ມີຄວາມໝາຍອີກຢ່າງໜຶ່ງວ່າ ເຂັ້ມງວດຈຶ່ງຈະດີ ຖ້າ ຍານເກີນໄປ ຈະເປັນໂທດ ຫຼື ການເວົ້າຈາ ຖ້ອຍຄຳອ່ອນຫວານ ຈຶ່ງຈະດຶງດູດຈິດໃຈຄົນໄດ້ສຳເລັດນັ້ນເອງ. ຄຳໂຕງໂຕຍນີ້ຍັງມີຄວາມໝາຍວ່າ ແຫຼ່ງນ້ຳທີ່ມີອຸນຫະພູມຮ້ອນ ປາ ຈະເຕັ້ນ ແລະ ຈະດີດໜີ ຄື ກັບອາການຂອງປາທີ່ຍັງເປັນໆ ເຊິ່ງປຽບເຖິງຄົນທີ່ມີຈິດໃຈໂຫດຮ້າຍ ຜູ້ໃດທີ່ຢູ່ໃກ້ ກໍມີຄວາມເດືອດຮ້ອນ ຢູ່ບໍ່ເປັນສຸກ ກະວົນກະວາຍ. ສ່ວນ ນ້ຳເຢັນປາຕາຍ ກໍຄືກັບອາການຂອງປາ ທີ່ອາໄສ ລອຍຢູ່ແຫຼ່ງນ້ຳເຢັນ ບໍ່ເໜັງບໍ່ຕີງ ຄື ກັບປາທີ່ຕາຍແລ້ວ ຫຼື ປາທີ່ອາໄສຢູ່ນ້ຳເຢັນມີອຸນຫະພູມພໍດີ ທີ່ປາຢູ່ໄດ້ ຈົນຕາຍ ປຽບເຖິງຈິດໃຈຂອງຄົນທີ່ດີ ບໍ່ອິດສາບັ້ງບຽດໃຜ ເຊິ່ງສະແດງອອກດ້ວຍຄຳເວົ້າຈາ ເປັນມິດ ຜູ້ໃດທີ່ຢູ່ໃກ້ ກໍໄດ້ຮັບຄວາມສະດວກສະບາຍ ທັງກາຍແລະໃຈ ແລະ ມີຄວາມເຊື່ອໝັ້ນ ພ້ອມທີ່ຈະອາໄສຢູ່ຮ່ວມກັນ ໄດ້ຕະຫຼອດຊີວິດ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ສາມາດປຽບທຽບເຖິງລັກສະນະ ນິໄສ ຂອງຄົນເຮົາ ໄດ້ຫຼາຍຮູບແບບ ເຊິ່ງການນຳໃຊ້ ກໍອີງຕາມສະພາບຕົວຈິງ ທີ່ຕ້ອງການ ສື່ຄວາມໝາຍ.

(ທອງມີ, 2007:177), ສຶກສາຄຳໂຕງໂຕຍໃນພາສາລາວ, ປ. ໂທ ປີ 2015

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!