ຄຳໂຕງໂຕຍ ນ້ຳສັ່ງຟ້າ ປາສັ່ງຝົນ ໂດຍ ຄໍາສັບລາວ 26/01/2023 360 ຄຳໂຕງໂຕຍນີ້ ມີຄວາມໝາຍດຽວກັນກັບ “ຝົນສັ່ງຟ້າ ປາສັ່ງໜອງ” ເຊິ່ງຕາມທຳມະຊາດ ເມື່ອລະດູຝົນໃກ້ຈະໝົດໄລຍະເດືອນ 11-12 ລາວ. ສະພາບອາກາດຈະມີສຽງຟ້າຮ້ອງແຮງ, ມີທັງລົມທັງຝົນ ໃນໄລຍະເວລາກ່ອນຈະໝົດລະດູຝົນ ເພິ່ນມັກເອີ້ນເຫດການນີ້ວ່າ ຝົນສັ່ງຟ້າ ຫຼື ນ້ຳສັ່ງຟ້າ. ສ່ວນປາສັ່ງຝົນ ຫຼື ປາສັ່ງໜອງ ກໍມາຈາກໄລຍະເວລາດຽວກັນ ທີ່ຝົນຕົກລົງມາໜັກໆ ກ່ອນທີ່ຈະໝົດລະດູຝົນ ພວກໝູ່ປູປາທັງຫຼາຍ ທີ່ເຄີຍອາໄສຢູ່ຕາມແຫຼ່ງນ້ຳ ຫຼື ຕາມໜອງນ້ຳນ້ອຍເມື່ອຍາມຝົນ ກໍຕ້ອງກຽມຍ້າຍຈາກໜອງນ້ຳທີ່ເຄີຍຢູ່ ເພາະນ້ຳກຳລັງຈະແຫ້ງໄປຢູ່ໜອງນ້ຳອື່ນ ເວລາຝົນຊິເຊົາຕົກ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ປຽບເຖິງການສັ່ງເສຍເປັນຄັ້ງສຸດທ້າຍກ່ອນຈາກລາກັນ. (ທອງມີ, 2007:177) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023