Home » ນ້ຳສັ່ງຟ້າ ປາສັ່ງຝົນ

ນ້ຳສັ່ງຟ້າ ປາສັ່ງຝົນ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ມີຄວາມໝາຍດຽວກັນກັບ “ຝົນສັ່ງຟ້າ ປາສັ່ງໜອງ” ເຊິ່ງຕາມທຳມະຊາດ ເມື່ອລະດູຝົນໃກ້ຈະໝົດໄລຍະເດືອນ 11-12 ລາວ. ສະພາບອາກາດຈະມີສຽງຟ້າຮ້ອງແຮງ, ມີທັງລົມທັງຝົນ ໃນໄລຍະເວລາກ່ອນຈະໝົດລະດູຝົນ ເພິ່ນມັກເອີ້ນເຫດການນີ້ວ່າ ຝົນສັ່ງຟ້າ ຫຼື ນ້ຳສັ່ງຟ້າ. ສ່ວນປາສັ່ງຝົນ ຫຼື ປາສັ່ງໜອງ ກໍມາຈາກໄລຍະເວລາດຽວກັນ ທີ່ຝົນຕົກລົງມາໜັກໆ ກ່ອນທີ່ຈະໝົດລະດູຝົນ ພວກໝູ່ປູປາທັງຫຼາຍ ທີ່ເຄີຍອາໄສຢູ່ຕາມແຫຼ່ງນ້ຳ ຫຼື ຕາມໜອງນ້ຳນ້ອຍເມື່ອຍາມຝົນ ກໍຕ້ອງກຽມຍ້າຍຈາກໜອງນ້ຳທີ່ເຄີຍຢູ່ ເພາະນ້ຳກຳລັງຈະແຫ້ງໄປຢູ່ໜອງນ້ຳອື່ນ ເວລາຝົນຊິເຊົາຕົກ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ປຽບເຖິງການສັ່ງເສຍເປັນຄັ້ງສຸດທ້າຍກ່ອນຈາກລາກັນ.

(ທອງມີ, 2007:177)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!