Home » ນົກກະແດບເດົ້າຫາກິນກາຍເຂດ

ນົກກະແດບເດົ້າຫາກິນກາຍເຂດ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງ ຜູ້ທີ່ບໍ່ຟັງຄວາມຜູ້ອື່ນ ທີ່ເປັນພໍ່ແມ່, ຄູບາອາຈານ ຫຼື ຜູ້ເຖົ້າຜູ້ແກ່ ຕັກເຕືອນ, ມີແຕ່ລື່ນຄວາມ ໂດຍຄິດວ່າ ຕົນເອງເກັ່ງ ແຕ່ໃນທີ່ສຸດ ອາດພາຕົນເອງພົບ ກັບໄພອັນຕະລາຍໄດ້. ດັ່ງນິທານ ໄດ້ກ່າວວ່າ ແຕ່ກີ້ ໂພທິສັດເຈົ້າ ໄດ້ເປັນນົກກະແດບເດົ້າຕົວໜຶ່ງ ພໍ່ໄດ້ສັ່ງສອນໄວ້ ຢ່າໄດ້ໄປຫາກິນກາຍເຂດ ແຕ່ນົກນ້ອຍບໍ່ຟັງຄວາມ ຍັງຢາກລອງ ຄຳສອນພໍ່ຕົນ ໃຫ້ພໍຮູ້ ວ່າແລ້ວ ກໍບິນໄປຫາກິນກາຍເຂດຂອງຕົນ ທີ່ເຄີຍຫາກິນມາກ່ອນ ພໍດີພໍ້ຮຸ້ງໂຕໜຶ່ງ ບິນມາໃນອາກາດ ເຫັນນົກນ້ອຍຫຍຸມໄດ້ບໍ່ວາງ ແຕ່ນົກນ້ອຍ ໄດ້ຄິດເຫັນຄຳສອນຂອງພໍ່ ຈຶ່ງທ້າຕໍ່ສູ້ ກັບຮຸ້ງວ່າ ຮຸ້ງເຈົ້າເຮີຍ! ອັນນີ້ ມຶງ ຫາກມາຈັບ ເອົາກູງ່າຍດອກ ກູກໍບໍ່ງຶດງໍ້ ຍິນຢ້ານທໍ່ໃຍ ທ່ານເຮີຍ! ຜິວ່າ ມຶງວາງກູໄວ້ ທີ່ລຸນກູຊິຕອບມຶງແລ້ວ ເທື່ອນີ້ກູ ຫາກລວງຄຳສອນພໍ່ແທ້ ເມື່ອນັ້ນ ຮຸ້ງກໍຄິດວ່າ ນົກນ້ອຍ ມາກ່າວຄຳສະຫາວ ກູຈັກວາງມັນ ໄປທີ່ລຸນ ຈຶ່ງໃຫ້ມັນຕາຍ ວ່າແລ້ວ ຮຸ້ງ ກໍວາງນົກນ້ອຍ ແຕ່ນັ້ນ ນົກນ້ອຍ ເມົາຢູ່ໃນ ຂີ້ໄຖກ່ອນແກ່ນ ຟ້ອນແລ້ວແລ່ນໄປມາ ຕົບປີກນ້ອຍກ່າວທ້າ ຮຸ້ງຈຶ່ງຄຽດຮ້າຍ ເລີຍບິນລົງ ນົກນ້ອຍເລີຍຫຼົບ ເຂົ້າໄປລີ້ຢູ່ໃນຮູ ອົກຮຸ້ງຖູດິນແກ່ນ ປາກຮຸ້ງຖືກຂີ້ໄຖ ເລືອກໄຫຼອອກຫຼາຍ ອົກຮຸ້ງແຕກເລີຍຕາຍ ຄວາມອຸບາຍນີ້ ເຮັດໃຫ້ ຮຸ້ງເຖົ້າຕາຍ ຍ້ອນຄວາມໂກນແຄ້ນ. (ສີລາ ວິຣະວົງ 1973:3-4).

(ສີລາ, 2000:5)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!