ຄຳໂຕງໂຕຍ ນອນສູງໃຫ້ນອນຂວ້ຳ ນອນຕ່ຳໃຫ້ນອນຫງາຍ ໂດຍ ຄໍາສັບລາວ 24/08/2021 504 ຊີວິດແຕ່ລະມື້ ມີອັນຕະລາຍຮອບດ້ານ ຄົນມີປັນຍາ ຕ້ອງມີສະຕິ ຮອບຄອບຢູ່ຕະຫຼອດເວລາ ເພາະເຮືອນ ເມື່ອກ່ອນ ຈະເປັນເຮືອນຮ້ານ ມີກອງຕະລ່າງ. ດັ່ງນັ້ນ, ເພີ່ນຈິ່ງມີ ຫຼັກເກນບອກໄວ້ ຄື ຖ້ານອນເຮືອນສູງໆ ໃຫ້ນອນຂວ້ຳ ຈະໄດ້ເຫັນສັດຕູ ເຫັນສັດສາວາສິ່ງ ທີ່ຈະມາທຳຮ້າຍ ຖ້ານອນພື້ນຊັ້ນລ່າງ ໃຫ້ເບິ່ງພື້ນເພດານ ເບິ່ງຫຼັງຄາ ວ່າຈະມີສັດ ແນວທີ່ເປັນອັນຕະລາຍ. ຄຳໂຕງໂຕຍນີ້ ຈຶ່ງໝາຍເຖິງ ມີຄວາມບໍ່ປະໝາດ ມີສະຕິລະວັງຕົວ ຈາກໄພອັນຕະລາຍ ໃຫ້ຄວາມປອດໄພແກ່ຕົນເອງຫຼາຍ ໃນເວລານອນ ຫຼື ໃນເວລາກະທຳສິ່ງອື່ນໆອີກ. (ສີລາ, 2000:17) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023