Home » ຕົກຂັ້ນໄດຕິໂຕນ ຕົກໂພນຕິລົ້ມ

ຕົກຂັ້ນໄດຕິໂຕນ ຕົກໂພນຕິລົ້ມ

ໂດຍ ຄໍາສັບລາວ

ຕົກຂັ້ນໄດຕິໂຕນ ໝາຍເຖິງ ການທີ່ຕົກ ຂັ້ນໄດ ຈາກທີ່ສູງ ລົງຫາບ່ອນ ຕ່ຳແທ້ ແຕ່ຕິ ຫຼື ແກ້ງເວົ້າວ່າ ຕົນເອງຕັ້ງໂຕນ ເພື່ອບໍ່ໃຫ້ ຂາຍໜ້າຄົນອື່ນ ວ່າຕົນບໍ່ມີ ສະຕິລະວັງຕົວ ສ່ວນຕົກໂພນຕິລົ້ມ ກໍມີຄວາມໝາຍ ໃນລັກສະນະດຽວກັນ ເພື່ອບໍ່ໃຫ້ ຄົນອື່ນ ທັກທ້ວງ ກໍເລີຍວ່າ ຕົນເອງຕິລົ້ມ ຫຼື ຕັ້ງລົ້ມ ບໍ່ໄດ້ ຜິດພາດເອງ. ດັ່ງນັ້ນ, ຄວາມໝາຍຂອງ ຄຳໂຕງໂຕຍນີ້ ປຽບເຖິງ ລັກສະນະ ແກ້ເກີ້ ຫຼື ສວຍໂອກາດ ອາໄສສິ່ງທີ່ ຄວນເປັນ ເພື່ອຜົນປະໂຫຍດ ຂອງຕົນເອງ.

(ສີລາ, 2000:12)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!