Home » ຕີຫົວປາສະເນືອນຫົວນາກ

ຕີຫົວປາສະເນືອນຫົວນາກ

ໂດຍ ຄໍາສັບລາວ

ເຊື່ອກັນວ່ານາກ ຫຼື ພະຍາຍາກ ເປັນສັດນ້ຳທີ່ໃຫຍ່ມີລິດເດດ ເປັນເຈົ້າແຫ່ງສັດນ້ຳທັງຫຼາຍ ເມື່ອປາ ເຊິ່ງເປັນບໍລິວານ ຖືກທຳຮ້າຍກໍຮອດເຖິງຫູພະຍານາກ ປຽບດັ່ງ ຄົນເຮົາທຸກໆຄົນ ໃຜໆກໍມີຍາດຕິພີ່ນ້ອງ, ບໍລິວານ, ເຈົ້ານາຍເພື່ອນຝູງ ຫາກຄົນໆນັ້ນຖືກທຳຮ້າຍ ຫຼື ເຮັດໃຫ້ເຈັບຊ້ຳນ້ຳໃຈ ຍາດຕິພີ່ນ້ອງ ຈະຕ້ອງຊ່ວຍເຫຼືອເໝືອນໂຕງໂຕຍທີ່ວ່າ ໝາມີເຈົ້າຂອງ. ຄຳໂຕງໂຕຍນີ້, ຍັງມີຄວາມໝາຍປຽບໃສ່ຄົນຜູ້ໜຶ່ງ ທີ່ກະທຳຜິດ ແຕ່ເວົ້າໃຫ້ຜູ້ບໍ່ຜິດ ທີ່ຢູ່ໃກ້ຄຽງ ວ່າເປັນຜູ້ກະທຳຜິດ ແຕ່ໃນຕົວຈິງບໍ່ໄດ້ກະທຳຜິດ ຕ້ອງໄດ້ມາຮັບ ຄວາມເດືອດຮ້ອນແທນ ຫຼື ການເຮັດໃຫ້ຜູ້ໜຶ່ງແຕ່ມີຜົນສະທ້ອນໄປເຖິງອີກຜູ້ໜຶ່ງ.

(ຫຸມພັນ, 2007:29)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!