Home » ຕີປ່າໃຫ້ເສືອຢ້ານ

ຕີປ່າໃຫ້ເສືອຢ້ານ

ໂດຍ ຄໍາສັບລາວ

ເສືອແມ່ນສັດທີ່ອາໄສຢູ່ໃນປ່າ, ການຕີປ່າ ແມ່ນການຮ້ອງໂຫ່ໃນປ່າ ແມ່ນການສົ່ງສຽງເຮັດໃຫ້ ເສືອມີຄວາມຢ້ານກົວ.

ຄຳໂຕງໂຕຍນີ້ ແມ່ນສະແດງເຖິງການກະທຳ ທີ່ເປັນການນາບຂູ່ ເຮັດໃຫ້ຄົນອື່ນມີຄວາມຢ້ານກົວ, ເວລາເຂົ້າຫານັກເລງ ຫຼື ຄົນຂີ້ໂມ້ ອວດອົ່ງທະນົງຕົວ ເຮົາຕ້ອງສະແດງອາການນາບຂູ່ໄວ້ກ່ອນ ເພື່ອໃຫ້ເຂົາຢ້ານໄວ້ກ່ອນ.

(ທອງມີ, 2007:174)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!