Home » ຕັດໄຟແຕ່ຕົ້ນລົມ

ຕັດໄຟແຕ່ຕົ້ນລົມ

ໂດຍ ຄໍາສັບລາວ

ໄຟ ແມ່ນຄວາມຮ້ອນ ທີ່ເຜົາຜານ ເມື່ອສິ່ງໃດ ທີ່ຖືກໄຟເຜົາ ສິ່ງນັ້ນ ກໍຈະສູນສິ້ນໄປ ເພາະສະນັ້ນ ຄົນລາວທຸກຄົນ ຈິ່ງມັກບອກສອນ ຫຼື ເຕືອນສະຕິກັນ ຕະຫຼອດເວລາ ວ່າ ໃຫ້ມອດໄຟ ກ່ອນອອກ ຈາກບ້ານຈາກເຮືອນ ເພື່ອກັນບໍ່ໃຫ້ ເກີດອັກຄີໄຟ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງໝາຍເຖິງ ຄວາມມີສະຕິ ລະວັງຕົວ ເພື່ອບໍ່ໃຫ້ເກີດ ບັນຫາຂຶ້ນກ່ອນ ຈຶ່ງໄປແກ້ໄຂນຳຫຼັງ, ມັນບໍ່ມີປະໂຫຍດຫຍັງ.

(ທອງມີ, 2007:173)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!