ບົດຄວາມທົ່ວໄປ ຍ້ອນມືຖື ຫຼື ເຟສບຸກ ໂດຍ ຄໍາສັບລາວ 21/12/2021 947 ແລງວານນີ້ຫຼັງຈາກເລີກຮຽນແລ້ວ ນາງນ້ອຍກໍໄດ້ໄປ ແວຮັບນ້ອງສາວຫຼ້າ ຢູ່ໂຮງຮຽນມັດຖະຍົມປາຍ… ລະຫວ່າງທີ່ນັ່ງຄາບລົດຈັກ ລໍຖ້ານ້ອງຢູ່ນັ້ນ ສາຍຕາທີ່ບໍ່ມັກຢູ່ລ້າຂອງນາງ ກໍເຫຼືອດໄປເຫັນ ເຈ້ຍຂາວທີ່ດຶງອອກຈາກ ໜ້າກາງຂອງປື້ມແຜ່ຮາບຢູ່ພື້ນດິນ. ດ້ວຍຄວາມສົນໃຈ ນາງນ້ອຍເອົາຂາຄໍ້າລົດລົງ ແລ້ວຍ່າງໄປເກັບເອົາເຈ້ຍ ດັ່ງກ່າວຂຶ້ນມາອ່ານ. ມັນເປັນເຈ້ຍວຽກບ້ານ ວິຊາແຕ່ງເລື່ອງຂອງນາງ ແພງດີ ນັກຮຽນ ມ.6/1 ຢູ່ຫ້ອງຄະແນນ ແລະ ຄໍາເຫັນອາຈານ ຍັງບໍ່ປະກົດມີຕົວເລກ ແລະ ໂຕໜັງສືສີແດງເທື່ອ, ນາງນ້ອຍກໍເລີຍຖື ໂອກາດເປັນອາຈານຊົ່ວຄາວ ໂດຍໃຊ້ສາຍຕາແລບເລຍ ໄປຕາມຕົວອັກສອນ ທີ່ຂຽນຢ່າງບັນຈົງ ຢູ່ໜ້າເຈ້ຍທີ່ເປື້ອນດິນໜ້າໜຶ່ງ. ແມ່ເຄີຍເວົ້າສູ່ຟັງເລື້ອຍໆວ່າ ຕອນຍັງນ້ອຍ ຂ້ອຍເປັນຄົນມັກປື້ມ, ມັກສໍເປັນຊີວິດຈິດໃຈ, ເຫັນປື້ມບໍ່ໄດ້ ຕ້ອງໄດ້ຈັບມາແຍງ ທັງໆທີ່ຍັງອ່ານບໍ່ອອກ… ຈື່ໄດ້ວ່າຂ້ອຍເລີ່ມອ່ານ ກຂຄ ເປັນເມື່ອອາຍຸໄດ້ 4 ປີ. ພໍ່ເອົາປື້ມປໍປາມາໃຫ້ອ່ານ, ທໍາອິດກໍເວົ້າໄປຕາມຮູບ ແຕ່ດົນຕາມດົນ ຕົວໜັງສືທີ່ມີໃນປື້ມຕັ້ງແຕ່ ກ ໄກ່ ຈົນຮອດ ຮ ເຮືອນ ຂ້ອຍສາມາດຈື່ ແລະ ອ່ານອອກສຽງໄດ້ຈົນເຮັດໃຫ້ ຊຸມອາວທີ່ເຫັນຂ້ອຍ ອ່ານງຶດງໍ້ອັດສະຈັນໃຈ. ຍິ່ງໄປກວ່ານັ້ນ ຂ້ອຍງຍັງອ່ານ ແລະ ຂຽນ ABC ພາຍຫຼັງທີ່ອ່ານ ກຂຄ ໄດ້… ເວລານັ້ນພໍ່ກັບແມ່ ມີຄວາມພາກພູມໃຈ ເປັນຢ່າງຍິ່ງ ທີ່ລູກສາວຫຼ້າ ຫົວງອນໆຂອງພວກເພິ່ນ ມີທ່າກ້າວອັນສະຫງ່າງາມຈັ່ງຊີ້, ພວກເພິ່ນຫວັງວ່າ ມັນສະໝອງທີ່ຂະຫຍາຍຕົວອອກ ໄປທາງຫຼັງຂອງຫົວຂ້ອຍ ຈະພາໃຫ້ແກ້ວຕາແກ້ວໃຈ ດວງສຸດທ້າຍ ປະສົບຜົນສໍາເລັດ ໃນການສຶກສາຮໍ່າຮຽນໃນຕໍ່ໜ້າ… ຍ້ອນບໍ່ໄດ້ເຂົ້າຮຽນ ຢູ່ໂຮງຮຽນອະນຸບານ ຂ້ອຍຈຶ່ງໄດ້ເຂົ້າໂຮງຮຽນປະຖົມ ໄວກວ່າປົກກະຕິ, ຄອງອັນດັບໜຶ່ງມາຕະຫຼອດທຸກເດືອນ ຈົນພໍ່ກັັບແມ່ຍິ້ມຈົນແກ້ມເກືອບຈີກ… ຕອນນັ້ນ ຈື່ໄດ້ວ່າພໍ່ໄປຮຽນປະລິນຍາໂທ ຢູ່ຕ່າງປະເທດ… ທຸກເທື່ອທີ່ພໍ່ກັບມາຢາມຄອບຄົວ, ເພີ່ນມັກໄປຊື້ປື້ມ ສໍາລັບເດັກນ້ອຍ ຢູ່ຮ້ານຂາຍປື້ມລັດ ມາຝາກຢູ່ສະເໝີ… ເທື່ອໜຶ່ງ ພໍ່ຊື້ປື້ມນິທານຣັດເຊຍເລື່ອງ “ບູລາຕີໂນ” ຫົວບັກໃຫຍ່, ຂ້ອຍອ່ານລວດດຽວຈົບ… ຈາກນັ້ນ ປື້ມນິທານຫຼາຍໆຫົວ ທີ່ມີຢູ່ໃນຕູ້ ກໍຖືກສາຍຕາຂອງຂ້ອຍ ແລບເລຍກືນກິນຕົວອັກສອນ ເຂົ້າສູ່ສະໝອງ ດ້ວຍຄວາມບັນເທີງໃຈ… ເວລານັ້ນ ຂ້ອຍຮູ້ສຶກເປັນສຸກໃຈ ຢ່າງຍິ່ງທີ່ໄດ້ມີໂອກາດອ່ານປື້ມ, ໃນເວລາອ່ານນັ້ນ ຂ້ອຍສາມາດສ້າງຈິນຕະນາການ ໄປຕາມເນື້ອເລື່ອງທີ່ອ່ານ. ຈາກການເຄື່ອນໄຫວ ໃນທ່າບວກດັ່ງກ່າວ ພໍ່ແມ່ກໍນັບມື້ນັບເຊື້ອໝັ້ນ ໃນອະນາຄົດຂອງຂ້ອຍ… ຂ້ອຍເຄີຍເວົ້າກັບພໍ່ວ່າ ຢາກເປັນນັກວິທະຍາສາດ, ພໍ່ໄດ້ຍິນດັ່ງນັ້ນ ເພິ່ນກໍໄປຊື້ປື້ມກ່ຽວກັບ ປະຫວັດນັກວິທະຍາສາດ ມາໃຫ້ຂ້ອຍອ່ານ… ຂ້ອຍອ່ານຢ່າງເມົາມົວ ຈົນບໍ່ມີເວລາຊິເຮັດແນວອື່ນ ບາງຄັ້ງຮອດເວລາກິນເຂົ້າ ແມ່ຈົນໄດ້ຮ້ອງສຽງດັງໃສ່ ແຕ່ຂ້ອຍກໍບໍ່ໄດ້ສົນ. ພໍ່ອົດບໍ່ໄດ້ດຶງປື້ມອອກຈາກມື ແລ້ວຈູງແຂນເຂົ້າພາເຂົ້າ… ພາບແຫ່ງອະດີດໄດ້ຈາງຫາຍໄປ ເມື່ອແມ່ໄດ້ເອົາມືຖື ຂອງພໍ່ທີ່ບໍ່ໄດ້ເອົາໄປນໍາ ເວລາເພິ່ນໄປເຮັດວຽກ ຢູ່ຕ່າງປະເທດ… ປື້ມຕ່າງໆທີ່ວາງແຫຍ້ກັນ ຢູ່ຕູ້ແກ້ວຖືກລະເລີຍລືມເລື່ອນ ຝຸ່ນໄຫງ່ຈາກແຄມທາງໄດ້ມາປົກຄຸມ ຈົນເຮັດໃຫ້ຕູ້ປື້ມທີ່ພໍ່ຮັກແສນຮັກ ຕ້ອງກັບມາມົວໝອງ ຂາດຄົນເອົາໃຈໃສ່… ຂ້ອຍຫັນມາໃສ່ໃຈ ນໍາການສົ່ງຂໍ້ຄວາມທາງ ເຟດບຸກຫາໝູ່ ຈົນບໍ່ມີເວລາຮອດເບິ່ງ ບົດຮຽນກ່ອນຈະກວດກາ ຫຼື ສອບເສັງ. ມືຖືໄດ້ກາຍເປັນລົມຫາຍໃຈຂອງຂ້ອຍ, ນິ້ວມືທັງຫ້ານິ້ວ ຂອງມືຂວາເໜັງຕີງ ໄປຕາມປຸ່ມຕົວໜັງສື ທີ່ຢູ່ເທິງມືຖືຄີໄວ ປານຈະຫຼວດ… ບໍ່ວ່າຈະອາບນໍ້າ, ເຂົ້າຖ່າຍໜັກ ຖ່າຍເບົາ ມືຖືຕ້ອງຕິດຢູ່ນິ້ວທັງຫ້າສະເໝີ… ບາງຄັ້ງ ໝູ່ສົ່ງຂໍ້ຄວາມມາຖາມວ່າ “ກໍາລັງເຮັດຫຍັງຢູ່” ຂ້ອຍກໍຈະຕອບວ່າ “ກໍາລັງອຶຢູ່” ແມ່ນກະທັ້ງຕອນກໍາລັງຫຼັບມືຂວາ ຂອງຂ້ອຍກໍຍັງກໍາມັນແໜ້ນຢູ່… ຍ້ອນແນວນັ້ນ ຂ້ອຍຈຶ່ງນອນເດິກຕື່ນສວາຍ… ໂອກາດຈະທວນຄືນບົດຮຽນແມ່ນບໍ່ມີເລີຍ… ຂ້ອຍສັງເກດເຫັນພໍ່ກັບແມ່ ບໍ່ຄ່ອຍສົບອາລົມ ນໍາການປ່ຽນແປງໃນການ ດໍາເນີນຊີວິດຂອງຂ້ອຍ… ເວລາທີ່ພໍ່ກັບແມ່ຕັກເຕືອນ ຂ້ອຍມັກຈະໂຕ້ຖຽງຢ່າງບໍ່ມີເຫດຜົນ… ພວກເພິ່ນພະຍາຍາມສັ່ງສອນ ໃຫ້ຂ້ອຍເປັນຄົນດີຂອງສັງຄົມ ແລະ ໃຫ້ຫວນຄຶດເຖິງອະນາຄົດ ຂອງຕົນເອງແດ່ ແຕ່ຂ້ອຍກໍບໍ່ສົນໃຈ ຂໍພຽງແຕ່ໄດ້ມ່ວນໄປ ແຕ່ລະວັນກໍເປັນພໍ…ມີບາງເທື່ອ ເພິ່ນໃຊ້ໃຫ້ຂ້ອຍ ອະນາໄມເຮືອນ ຫຼື ລ້າງຖ້ວຍຫຼັງຈາກ ກິນເຂົ້າແລ້ວ ແຕ່ຂ້ອຍກໍບໍ່ປະຕິບັດຕາມ, ນັ່ງສົ່ງຂໍ້ຄວາມ ທາງເຟັສບຸກເສີຍ ປ່ອຍໃຫ້ນ້າສາວເປັນຜູ້ລ້າງ… ບໍ່ຮູ້ວ່າສິ່ງທີ່ຂ້ອຍກະທໍາຢູ່ນີ້ ເປັນການສ້າງຄວາມດີ ຫຼື ຄວາມຊົ່ວ… ຍິ່ງກວ່ານັ້ນ ຜົນຂອງການຮຽນກໍຕົກລະດັບ ຢ່າງໜ້າເປັນຫ່ວງ ຈາກທີ່ເຄີຍຄອງອັນດັບໜຶ່ງ ກໍກາຍເປັນອັນດັບທີສິບປາຍ ຈົນເຖິງອັນດັບສຸດທ້າຍໝູ່… ມື້ໜຶ່ງ ຂ້ອຍລັກໄດ້ຍິນແມ່ຈົ່ມ ຜູ້ດຽວດ້ວຍສຽງສັ່ນເຄືອວ່າ “ເຮົາສ້າງເວນກໍາອັນໃດໜໍ ຈຶ່ງໄດ້ລູກເປັນແນວນີ້” ສຽງສະອື້ນຂອງແມ່ ເຮັດໃຫ້ຂ້ອຍຮູ້ສຶກລະອາຍໃຈ ຕໍ່ການກະທໍາທີ່ຜ່ານມາຂອງຕົນ, ຂ້ອຍຕັດສິນໃຈ ເອົາມືຖືສົ່ງຄືນໃຫ້ພໍ່ ເພື່ອຕັດບັນຫາກ່ອນທີ່ຂ້ອຍ ຈະຖະຫຼໍາເລິກເຂົ້າສູ່ຄວາມ ມືດຫຼາຍກວ່ານີ້!!! ພໍ່ເຫັນດັ່ງນັ້ນ ຈຶ່ງກ່າວກັບຂ້ອຍວ່າ: “ລູກເກັບມ້ຽນໄວ້ໃຊ້ສາ, ພໍ່ມີໜ່ວຍໃໝ່ລະເດ່!” ພໍ່ທັງເວົ້າທັງເອົາມືຖືໂນເກຍ ລາຄາແສນປາຍເຍີງໃຫ້ຂ້ອຍເບິ່ງ ແລະ ກໍກ່າວຕໍ່ໄປວ່າ: “ການກະທໍາຂອງລູກທີ່ຜ່ານມານັ້ນ ມັນບໍ່ແມ່ນຍ້ອນມືຖື ຫຼື ເຟັສບຸກເປັນຕົ້ນເຫດ. ແຕ່ແມ່ນຍ້ອນໂຕລູກເອງ, ຖ້າລູກຮູ້ຈັກແບ່ງເວລາ ໃນການໃຊ້ຊີວິດ ໃນມື້ໜຶ່ງໆ ລູກກໍຄົງບໍ່ຕ້ອງ ມາຜະເຊີນໜ້າກັບ ບັນຫາທີ່ລູກປະສົບຢູ່. ຍາມຮຽນກໍຕ້ອງຕັ້ງໃຈຮຽນ, ຍາມຫຼີ້ນກໍຫຼີ້ນໃຫ້ເປັນເວລາ. ບໍ່ແມ່ນຍາມໃດກໍເອົາແຕ່ຫຼີ້ນເປັນໃຫຍ່. ຫາກລູກບໍ່ເອົາໃຈໃສ່ ໃນຍາມໜຸ່ມນ້ອຍນີ້ແລ້ວ ຄວາມຫຍຸ້ງຍາກ ກໍຈະເກີດຂຶ້ນ ໃນອະນາຄົດ ຂອງລູກຢ່າງແນ່ນອນ! ເວລາຍັງບໍ່ຫຼ້າບໍ່ສວາຍດອກລູກເອີຍ! ຄັນຫາກລູກປັບປ່ຽນແນວຄິດ, ການກະທໍາໄດ້ແຕ່ດຽວນີ້ ອະນາຄົດອັນສົດໃສ ກໍຍັງລໍຖ້າລູກຢູ່!!!” ຂ້ອຍຮູ້ສຶກສະອື້ນໃຈຕໍ່ຄໍາເວົ້າຂອງພໍ່ ຈົນຂ້ອຍອົດບໍ່ໄດ້ທີ່ຈະເຂົ້າໄປກອດເພິ່ນ. “ຂອບໃຈພໍ່ທີ່ເຕືອນສະຕິລູກ” ຂ້ອຍທັງເວົ້າທັງແມະໜ້າໃສ່ໜ້າເອິກ ເພິ່ນພ້ອມທັງຖອດຮັດເພິ່ນແໜ້ນໆ. “ແມ່ນທຸກຄົນລ້ວນແຕ່ຮັກລູກ” ຢາກໃຫ້ລູກມີອະນາຄົດອັນສົດໃສ. ເມື່ອລູກຄຶດໄດ້ ພໍ່ແມ່ກໍດີໃຈ. ຄົນເຮົາເມື່ອລົ້ມແລ້ວກໍຕ້ອງລຸກຂຶ້ນມາສູ້ໃໝ່, ຄັນແມ່ນລົ້ມແລ້ວ ບໍ່ລຸກກໍມີແຕ່ຄົນຕາຍເທົ່ານັ້ນ!” ພໍ່ທັງເວົ້າທັງລູບຫົວ ຂ້ອຍເບົາໆຢ່າງຖະໜອມຮັກ ເຮັດໃຫ້ຂ້ອຍນໍ້າຕາໄຫຼຢ່າງປື້ມປິຕິ… ໄວໜຸ່ມ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ບຸນປີໃໝ່ລາວ 10/04/2023 ອົດຫິວ-ອຶດຫິວ ໃນພາສາລາວ 25/01/2023 ຂີ້ເຫຍື້ອຢາງພລາດສະຕິກ ສາເຫດການເສື່ອມໂຊມ ຂອງສິ່ງແວດລ້ອມ 05/01/2023 ເມື່ອສິນຄ້າໝົດອາຍຸ ຖືກນໍາມາຂາຍ 29/08/2022 ແມ່ຍິງລາວກັບການຮັກສາມູນເຊື້ອ ເຮືອນ 3 ນໍ້າ 4 12/08/2022 ຄຳທີ່ກ່ຽວກັບ ການເບິ່ງ ໃນພາສາລາວ 20/06/2022 ອັນຕະລາຍຈາກມົນລະພິດທາງອາກາດ 10/06/2022 ຄ່າຄອງຊີບສູງສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ 27/05/2022 ແຍກກ່ອນຖິ້ມເພື່ອສິ່ງແວດລ້ອມທີ່ຍືນຍົງ 29/04/2022 ເລື່ອງຂອງຄຳ: ໂມຍ-ມວຍ ໃນພາສາລາວ 10/01/2022