Home » ຍ້ອນມືຖື ຫຼື ເຟສບຸກ

ຍ້ອນມືຖື ຫຼື ເຟສບຸກ

ໂດຍ ຄໍາສັບລາວ

ແລງ​ວານ​ນີ້​ຫຼັງ​ຈາກ​ເລີກ​ຮຽນ​ແລ້ວ ນາງ​ນ້ອຍ​ກໍ​ໄດ້​ໄປ ​​ແວ​ຮັບ​ນ້ອງ​ສາວ​ຫຼ້າ ​ຢູ່​ໂຮງຮຽນ​ມັດ​ຖະຍົມ​ປາຍ… ລະຫວ່າງ​ທີ່​ນັ່ງ​ຄາບ​ລົດຈັກ ​ລໍຖ້າ​ນ້ອງ​ຢູ່​ນັ້ນ ສາຍຕາ​ທີ່​ບໍ່​ມັກ​ຢູ່​ລ້າ​ຂອງ​ນາງ ກໍ​ເຫຼືອດ​ໄປ​ເຫັນ ​ເຈ້ຍ​ຂາວ​ທີ່​ດຶງ​ອອກ​ຈາກ ​ໜ້າ​ກາງຂອງ​ປື້​ມ​ແຜ່​ຮາບ​ຢູ່​ພື້ນ​ດິນ. ດ້ວຍ​ຄວາມ​ສົນ​ໃຈ ນາງ​ນ້ອຍ​ເອົາ​ຂາ​ຄໍ້າ​ລົດ​ລົງ ​ແລ້ວ​ຍ່າງ​ໄປ​ເກັບ​ເອົາ​ເຈ້ຍ ​ດັ່ງກ່າວ​ຂຶ້ນ​ມາ​ອ່ານ. ມັນ​ເປັນ​ເຈ້ຍ​ວຽກບ້ານ ​ວິຊາ​ແຕ່ງ​ເລື່ອງ​ຂອງ​ນາງ ​ແພງ​ດີ ນັກຮຽນ ມ.6/1 ຢູ່​ຫ້ອງ​ຄະ​ແນນ ​ແລະ ຄໍາ​ເຫັນ​ອາຈານ ຍັງ​ບໍ່​ປະກົດ​ມີ​ຕົວ​ເລກ ​ແລະ ​ໂຕ​ໜັງສື​ສີ​ແດງ​ເທື່ອ, ນາງ​ນ້ອຍ​ກໍ​ເລີຍ​ຖື ​ໂອກາດ​ເປັນ​ອາຈານ​ຊົ່ວ​ຄາວ ​ໂດຍ​ໃຊ້​ສາຍຕາ​ແລບ​ເລຍ​ ໄປ​ຕາມ​ຕົວ​ອັກສອນ ​ທີ່​ຂຽນ​ຢ່າງ​ບັນຈົງ ຢູ່​ໜ້າ​ເຈ້ຍ​ທີ່​ເປື້ອນດິນ​ໜ້າໜຶ່ງ.

ແມ່​ເຄີຍ​ເວົ້າ​ສູ່​ຟັງ​ເລື້ອຍໆວ່າ ຕອນ​ຍັງ​ນ້ອຍ ຂ້ອຍ​ເປັນ​ຄົນ​ມັກ​ປື້​ມ, ມັກ​ສໍ​ເປັນ​ຊີວິດ​ຈິດ​ໃຈ, ​ເຫັນ​ປື້​ມບໍ່​ໄດ້ ຕ້ອງ​ໄດ້​ຈັບ​ມາ​ແຍງ ທັງໆທີ່​ຍັງ​ອ່ານ​ບໍ່​ອອກ… ຈື່​ໄດ້​ວ່າ​ຂ້ອຍ​ເລີ່​ມອ່ານ ກຂຄ ​ເປັນ​ເມື່ອ​ອາຍຸ​ໄດ້ 4 ປີ. ພໍ່​ເອົາ​ປື້​ມປໍ​ປາມາ​ໃຫ້​ອ່ານ, ທໍາ​ອິດ​ກໍ​ເວົ້າ​ໄປ​ຕາມ​ຮູບ ​ແຕ່​ດົນ​ຕາມ​ດົນ ຕົວ​ໜັງສື​ທີ່​ມີ​ໃນ​ປື້​ມຕັ້ງ​ແຕ່ ກ ​ໄກ່​ ຈົນ​ຮອດ ຮ ​ເຮືອນ ຂ້ອຍ​ສາມາດ​ຈື່ ​ແລະ ອ່ານ​ອອກສຽງ​ໄດ້​ຈົນ​ເຮັດ​ໃຫ້ ​ຊຸມ​ອາວ​ທີ່​ເຫັນ​ຂ້ອຍ ​ອ່ານ​ງຶດ​ງໍ້​ອັດສະຈັນ​ໃຈ. ຍິ່ງ​ໄປ​ກວ່າ​ນັ້ນ ຂ້ອຍ​ງຍັງ​ອ່ານ ​ແລະ ຂຽນ ABC ​ພາຍຫຼັງ​ທີ່​ອ່ານ ກຂຄ ​ໄດ້… ​ເວລາ​ນັ້ນ​ພໍ່​ກັບ​ແມ່​ ມີ​ຄວາມ​ພາກ​ພູມ​ໃຈ ​ເປັນ​ຢ່າງ​ຍິ່ງ ​ທີ່​ລູກ​ສາວ​ຫຼ້າ ຫົວ​ງອນໆຂອງ​ພວກ​ເພິ່ນ ​ມີ​ທ່າ​ກ້າວ​ອັນ​ສະຫງ່າ​ງາມ​ຈັ່ງ​ຊີ້, ພວກ​ເພິ່ນ​ຫວັງ​ວ່າ ​ມັນສະໝອງທີ່​ຂະຫຍາຍຕົວ​ອອກ ໄປທາງຫຼັງຂອງຫົວຂ້ອຍ ຈະພາໃຫ້ແກ້ວຕາແກ້ວໃຈ ດວງສຸດທ້າຍ ປະສົບຜົນສໍາເລັດ ໃນການສຶກສາຮໍ່າຮຽນໃນຕໍ່ໜ້າ… ຍ້ອນບໍ່ໄດ້ເຂົ້າຮຽນ ຢູ່ໂຮງຮຽນອະນຸບານ ຂ້ອຍຈຶ່ງໄດ້ເຂົ້າໂຮງຮຽນປະຖົມ ໄວກວ່າປົກກະຕິ, ຄອງອັນດັບໜຶ່ງມາຕະຫຼອດທຸກເດືອນ ຈົນພໍ່ກັັບແມ່ຍິ້ມຈົນແກ້ມເກືອບຈີກ… ຕອນນັ້ນ ຈື່ໄດ້ວ່າພໍ່ໄປຮຽນປະລິນຍາໂທ ຢູ່ຕ່າງປະເທດ… ທຸກເທື່ອທີ່ພໍ່ກັບມາຢາມຄອບຄົວ, ເພີ່ນມັກໄປຊື້ປື້ມ ສໍາລັບເດັກນ້ອຍ ຢູ່ຮ້ານຂາຍປື້ມລັດ ມາຝາກຢູ່ສະເໝີ… ເທື່ອໜຶ່ງ ພໍ່ຊື້ປື້ມນິທານຣັດເຊຍເລື່ອງ “ບູລາຕີ​ໂນ”  ຫົວ​ບັກ​ໃຫຍ່, ຂ້ອຍ​ອ່ານ​ລວດ​ດຽວ​ຈົບ… ຈາກ​ນັ້ນ ປື້​ມນິທານ​ຫຼາຍໆຫົວ ​ທີ່​ມີ​ຢູ່​ໃນ​ຕູ້ ກໍ​ຖື​ກສາຍຕາ​ຂອງ​ຂ້ອຍ ​ແລບ​ເລຍ​ກືນ​ກິນ​ຕົວ​ອັກສອນ ​ເຂົ້າ​ສູ່​ສະໝອງ ​ດ້ວຍ​ຄວາມ​ບັນ​ເທີ​ງ​ໃຈ…

ເວລາ​ນັ້ນ ຂ້ອຍ​ຮູ້ສຶກ​ເປັນ​ສຸກ​ໃຈ ​ຢ່າງ​ຍິ່ງ​ທີ່​ໄດ້​ມີ​ໂອກາດ​ອ່ານ​ປື້​ມ, ​ໃນ​ເວລາ​ອ່ານ​ນັ້ນ ຂ້ອຍ​ສາມາດ​ສ້າງ​ຈິນຕະນາການ ​ໄປ​ຕາມ​ເນື້ອ​ເລື່ອງ​ທີ່​ອ່ານ. ຈາກ​ການ​ເຄື່ອນ​ໄຫວ ​ໃນ​ທ່າ​ບວກ​ດັ່ງກ່າວ ພໍ່​ແມ່​ກໍ​ນັບ​ມື້​ນັບ​ເຊື້ອໝັ້ນ ​ໃນ​ອະນາຄົດ​ຂອງ​ຂ້ອຍ… ຂ້ອຍ​ເຄີຍ​ເວົ້າ​ກັບ​ພໍ່​ວ່າ ​ຢາກ​ເປັນ​ນັກວິທະຍາສາດ, ພໍ່​ໄດ້​ຍິນ​ດັ່ງ​ນັ້ນ ​ເພິ່ນ​ກໍ​ໄປ​ຊື້​ປື້​ມກ່ຽວ​ກັບ ​ປະຫວັດ​ນັກວິທະຍາສາດ ​ມາ​ໃຫ້​ຂ້ອຍ​ອ່ານ… ຂ້ອຍ​ອ່ານ​ຢ່າງ​​ເມົາ​ມົວ ຈົນ​ບໍ່​ມີ​ເວລາ​ຊິ​ເຮັດ​ແນວ​ອື່ນ ບາງ​ຄັ້ງ​ຮອດ​ເວລາ​ກິນ​ເຂົ້າ ​ແມ່​ຈົນ​ໄດ້​ຮ້ອງ​ສຽງ​ດັງ​ໃສ່ ​ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ສົນ. ພໍ່​ອົດ​ບໍ່​ໄດ້​ດຶງ​ປື້​ມອອກ​ຈາກ​ມື ​ແລ້ວ​ຈູງ​ແຂນ​ເຂົ້າ​ພາ​ເຂົ້າ…

ພາບ​ແຫ່ງ​ອະດີດ​ໄດ້​ຈາງ​ຫາຍ​ໄປ ​ເມື່ອ​ແມ່​ໄດ້​ເອົາ​ມື​ຖື​ ຂອງ​ພໍ່​ທີ່​ບໍ່​ໄດ້​ເອົາ​ໄປ​ນໍາ ​ເວລາ​ເພິ່ນ​ໄປ​ເຮັດ​ວຽກ ​ຢູ່​ຕ່າງປະ​ເທດ… ປື້​ມຕ່າງໆທີ່​ວາງ​ແຫຍ້​ກັນ ​ຢູ່​ຕູ້​ແກ້ວ​ຖືກ​ລະ​ເລີຍ​ລືມ​ເລື່ອນ ຝຸ່ນ​​ໄຫງ່ຈາກ​ແຄມ​ທາງ​ໄດ້​ມາ​ປົກ​ຄຸມ ​ຈົນ​ເຮັດ​ໃຫ້​ຕູ້​ປື້​ມທີ່​ພໍ່​ຮັກ​ແສນ​ຮັກ ​ຕ້ອງ​ກັບ​ມາ​ມົວ​ໝອງ ຂາດ​ຄົນ​ເອົາ​ໃຈ​ໃສ່… ຂ້ອຍ​ຫັນ​ມາ​ໃສ່​ໃຈ ​ນໍາ​ການ​ສົ່ງ​ຂໍ້ຄວາມ​ທາງ​ ເຟດບຸກຫາ​ໝູ່ ຈົນ​ບໍ່​ມີ​ເວລາ​ຮອດ​ເບິ່ງ ​ບົດຮຽນ​ກ່ອນ​ຈະ​ກວດກາ ຫຼື ສອບ​ເສັງ. ມື​ຖື​ໄດ້​ກາຍ​ເປັນ​ລົມ​ຫາຍ​ໃຈ​ຂອງ​ຂ້ອຍ, ນິ້ວມືທັງ​ຫ້າ​ນິ້ວ ຂອງ​ມື​ຂວາ​ເໜັງ​ຕີງ ​ໄປ​ຕາມ​ປຸ່ມ​ຕົວໜັງສື ​ທີ່ຢູ່​ເທິງ​ມື​ຖືຄີ​ໄວ ​ປານ​ຈະ​ຫຼວດ… ບໍ່​ວ່າ​ຈະ​ອາບ​ນໍ້າ, ​ເຂົ້າ​ຖ່າຍໜັກ ​ຖ່າຍ​ເບົາ ມື​ຖື​ຕ້ອງ​ຕິດ​ຢູ່​ນິ້ວທັງ​ຫ້າ​ສະ​ເໝີ… ບາງ​ຄັ້ງ ໝູ່ສົ່ງ​ຂໍ້ຄວາມ​ມາ​ຖາມ​ວ່າ “ກໍາລັງ​ເຮັດ​ຫຍັງ​ຢູ່” ຂ້ອຍ​ກໍ​ຈະ​ຕອບ​ວ່າ “ກໍ​າລັງ​ອຶ​ຢູ່” ​ແມ່ນ​ກະ​ທັ້ງຕອນ​ກໍາລັງ​ຫຼັບ​ມື​ຂວາ​ ຂອງ​ຂ້ອຍ​ກໍ​ຍັງ​ກໍາ​ມັນ​ແໜ້ນ​ຢູ່… ຍ້ອນ​ແນວ​ນັ້ນ ຂ້ອຍ​ຈຶ່ງ​ນອນ​ເດິກ​ຕື່ນ​ສວາຍ… ​ໂອກາດ​ຈະ​ທວນຄືນ​ບົດຮຽນ​ແມ່ນ​ບໍ່​ມີ​ເລີຍ…

ຂ້ອຍສັງ​ເກດ​ເຫັນ​ພໍ່​ກັບ​ແມ່ ບໍ່​ຄ່ອຍ​ສົບ​ອາລົມ ​ນໍາ​ການ​ປ່ຽນ​ແປງ​ໃນ​ການ ​ດໍາ​ເນີນ​ຊີວິດ​ຂອງ​ຂ້ອຍ… ​ເວລາ​ທີ່​ພໍ່​ກັບ​ແມ່​ຕັກ​ເຕືອນ ຂ້ອຍ​ມັກ​ຈະ​ໂຕ້​ຖຽງ​ຢ່າງ​ບໍ່​ມີ​ເຫດຜົນ… ພວກ​ເພິ່ນ​ພະຍາຍາມ​ສັ່ງສອນ ​ໃຫ້​ຂ້ອຍ​ເປັນ​ຄົນ​ດີຂອງ​ສັງຄົມ ​ແລະ ​ໃຫ້​ຫວນ​ຄຶດ​ເຖິງ​ອະນາຄົດ ​ຂອງ​ຕົນ​ເອງ​ແດ່ ​ແຕ່​ຂ້ອຍ​ກໍ​ບໍ່​ສົນ​ໃຈ ຂໍ​ພຽງ​ແຕ່​ໄດ້​ມ່ວນ​ໄປ​ ແຕ່​ລະ​ວັນ​ກໍ​ເປັນ​ພໍ…ມີ​ບາງ​ເທື່ອ ​ເພິ່ນ​ໃຊ້​ໃຫ້​ຂ້ອຍ ​ອະນາ​ໄມ​ເຮືອນ ຫຼື ລ້າງ​ຖ້ວຍ​ຫຼັງ​ຈາກ ​ກິນ​ເຂົ້າ​ແລ້ວ ​ແຕ່​ຂ້ອຍ​ກໍ​ບໍ່​ປະຕິບັດ​ຕາມ, ນັ່ງ​ສົ່ງ​ຂໍ້ຄວາມ ​ທາງ​ເຟັສບຸກ​ເສີຍ ປ່ອຍ​ໃຫ້​ນ້າສາວ​ເປັນ​ຜູ້​ລ້າງ… ບໍ່​ຮູ້​ວ່າ​ສິ່ງ​ທີ່​ຂ້ອຍ​ກະທໍາ​ຢູ່​ນີ້​ ເປັນ​ການ​ສ້າງ​ຄວາມ​ດີ ຫຼື ຄວາມ​ຊົ່ວ… ຍິ່ງ​ກວ່າ​ນັ້ນ ຜົນ​ຂອງ​ການ​ຮຽນ​ກໍ​ຕົກ​ລະດັບ ​ຢ່າງ​ໜ້າ​ເປັນ​ຫ່ວງ ຈາກ​ທີ່​ເຄີຍ​ຄອງ​ອັນ​ດັບ​ໜຶ່ງ ​ກໍ​ກາຍ​ເປັນອັນ​ດັບ​ທີ​ສິບ​ປາຍ ຈົນ​ເຖິງ​ອັນ​ດັບ​ສຸດ​ທ້າຍ​ໝູ່…

ມື້ໜຶ່ງ ຂ້ອຍ​ລັກ​ໄດ້​ຍິນ​ແມ່​ຈົ່ມ ​ຜູ້​ດຽວ​ດ້ວຍ​ສຽງສັ່ນ​ເຄືອ​ວ່າ “​ເຮົາ​ສ້າງ​ເວນ​ກໍາ​ອັນ​ໃດ​ໜໍ ຈຶ່ງ​ໄດ້​ລູກ​ເປັນ​ແນວ​ນີ້”

ສຽງ​ສະ​ອື້​ນຂອງ​​ແມ່ ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ລະອາຍ​ໃຈ ຕໍ່​ການ​ກະທໍາ​ທີ່​ຜ່ານ​ມາ​ຂອງ​ຕົນ, ຂ້ອຍ​ຕັດສິນ​ໃຈ​ ເອົາ​ມື​ຖື​ສົ່ງ​ຄືນ​ໃຫ້​ພໍ່ ​ເພື່ອ​ຕັດ​ບັນຫາ​ກ່ອນ​ທີ່​ຂ້ອຍ ​ຈະ​ຖະຫຼໍາ​ເລິກ​ເຂົ້າ​ສູ່​ຄວາມ ​ມືດ​ຫຼາຍ​ກວ່າ​ນີ້!!! ພໍ່​ເຫັນ​ດັ່ງ​ນັ້ນ ຈຶ່ງ​ກ່າວ​ກັບ​ຂ້ອຍ​ວ່າ:

“ລູກເກັບ​ມ້ຽນໄວ້​ໃຊ້​ສາ, ພໍ່​ມີ​ໜ່ວຍ​ໃໝ່ລະ​ເດ່!” ພໍ່​ທັງ​ເວົ້າ​ທັງ​ເອົາ​ມື​ຖື​ໂນ​ເກ​ຍ ລາຄາ​ແສນ​ປາຍ​ເຍີງ​ໃຫ້​ຂ້ອຍ​ເບິ່ງ ​ແລະ ກໍ​ກ່າວ​ຕໍ່​ໄປ​ວ່າ:

“ການ​ກະທໍາ​ຂອງ​ລູກ​ທີ່​ຜ່ານ​ມາ​ນັ້ນ ມັນ​ບໍ່​ແມ່ນ​ຍ້ອນ​ມື​ຖື ຫຼື ​ເຟັສບຸກ​ເປັນ​ຕົ້ນ​ເຫດ. ​ແຕ່​ແມ່ນ​ຍ້ອນ​ໂຕ​ລູກ​ເອງ, ຖ້າ​ລູກ​ຮູ້ຈັກ​ແບ່ງ​ເວລາ​ ໃນ​ການ​ໃຊ້​ຊີວິດ ​ໃນ​ມື້​ໜຶ່ງໆ ລູກ​ກໍ​ຄົງ​ບໍ່​ຕ້ອງ​ ມາ​ຜະ​ເຊີນ​ໜ້າ​ກັບ​ ບັນຫາ​ທີ່​ລູກ​ປະສົບ​ຢູ່. ຍາມ​ຮຽນ​ກໍ​ຕ້ອງ​ຕັ້ງໃຈ​ຮຽນ, ຍາມ​ຫຼີ້ນກໍ​ຫຼີ້ນ​ໃຫ້​ເປັນ​ເວລາ. ບໍ່​ແມ່ນ​ຍາມ​ໃດ​ກໍ​ເອົາ​ແຕ່​ຫຼີ້ນ​ເປັນ​ໃຫຍ່. ຫາກ​ລູກ​ບໍ່​ເອົາ​ໃຈ​ໃສ່ ​ໃນ​ຍາມ​ໜຸ່ມ​ນ້ອຍ​ນີ້​ແລ້ວ ຄວາມ​ຫຍຸ້ງຍາກ ​ກໍ​ຈະ​ເກີດ​ຂຶ້ນ​ ໃນ​ອະນາຄົດ ​ຂອງ​ລູກ​ຢ່າງ​ແນ່ນອນ! ​ເວລາ​ຍັງ​ບໍ່​ຫຼ້າ​ບໍ່​ສວາຍ​ດອກ​ລູກ​ເອີຍ! ຄັນ​ຫາກ​ລູກ​ປັບ​ປ່ຽນ​ແນວ​ຄິດ, ​ການ​ກະທໍາ​ໄດ້​ແຕ່​ດຽວ​ນີ້ ອະນາຄົດ​ອັນ​ສົດ​ໃສ ​ກໍ​ຍັງ​ລໍຖ້າ​ລູກ​ຢູ່!!!”

ຂ້ອຍ​ຮູ້ສຶກ​ສະ​ອື້​ນ​ໃຈ​ຕໍ່​ຄໍາ​ເວົ້າ​ຂອງ​ພໍ່​ ຈົນ​ຂ້ອຍ​ອົດ​ບໍ່​ໄດ້​ທີ່​ຈະ​ເຂົ້າ​ໄປ​ກອດ​ເພິ່ນ.

“ຂອບ​ໃຈ​ພໍ່​ທີ່​ເຕືອນ​ສະຕິ​ລູກ” ຂ້ອຍທັງເວົ້າທັງແມະໜ້າໃສ່ໜ້າເອິກ ເພິ່ນພ້ອມທັງຖອດຮັດເພິ່ນແໜ້ນໆ.

“ແມ່ນທຸກຄົນລ້ວນແຕ່ຮັກລູກ” ຢາກໃຫ້ລູກມີອະນາຄົດອັນສົດໃສ. ເມື່ອລູກຄຶດໄດ້ ພໍ່ແມ່ກໍດີໃຈ. ຄົນເຮົາເມື່ອລົ້ມແລ້ວກໍຕ້ອງລຸກຂຶ້ນມາສູ້ໃໝ່, ຄັນແມ່ນລົ້ມແລ້ວ ບໍ່ລຸກກໍມີແຕ່ຄົນຕາຍເທົ່ານັ້ນ!” ພໍ່ທັງເວົ້າທັງລູບຫົວ ຂ້ອຍເບົາໆຢ່າງຖະໜອມຮັກ ເຮັດໃຫ້ຂ້ອຍນໍ້າຕາໄຫຼຢ່າງປື້ມປິຕິ…

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!