Home » ຊ້າງຕາຍທັງຕົວເອົາໃບບົວມາປົກ

ຊ້າງຕາຍທັງຕົວເອົາໃບບົວມາປົກ

ໂດຍ ຄໍາສັບລາວ

ຊ້າງເປັນສັດທີ່ໂຕໃຫຍ່ ເມື່ອຕາຍໄປຈະສົ່ງກິ່ນເໝັນ ເມື່ອເອົາໃບບົວມາປິດ ກໍປິດບັງກິ່ນເໝັນ ຫຼື ຕົນຕົວໄວ້ບໍ່ໄດ້ ເນື່ອງຈາກ ເປັນໃບບົວ ເປັນໃບນ້ອຍໆ ເມື່ອທຽບກັບຕົວຊ້າງ ແລະ ໃບບົວແມ່ນໃບນ້ອຍ ບໍ່ສາມາດປົກບັງອັນໃຫຍ່ໄດ້.

ຄຳໂຕງໂຕຍນີ້ ມີຄວາມໝາຍວ່າ ການກະທຳຄວາມຜິດ ຫຼື ເຮັດເລື່ອງເສຍຫາຍ ເກີດຂື້ນເປັນເລື່ອງໃຫຍ່ ເຖິງຈະພະຍາຍາມ ປິດບັງແນວໃດ ກໍປິດໄວ້ບໍ່ຢູ່, ໃຊ້ຄຳໂຕງໂຕຍນີ້ ປຽບເຖິງຜູ້ທີ່ກະທຳຄວາມຜິດ ຮ້າຍແຮງ ເຖິງຈະເອົາສິ່ງໃດມາປິດບັງໄວ້ ກໍບໍ່ເກີດຜົນ.

(ທອງມີ, 2007:170)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!