Home » ຊື້ຄວາຍຍາມນາ ຊື້ຜ້າຍາມບຸນ

ຊື້ຄວາຍຍາມນາ ຊື້ຜ້າຍາມບຸນ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້, ເວົ້າເຖິງສະພາບຕົວຈິງ ຄວາຍຈະມີລາຄາແພງຍາມລົງນາ ບໍ່ຄວນຊື້ຄວາຍຍາມນີ້ ຄວນຈະຊື້ກ່ອນໜ້ານາ ຈະໄດ້ລາຄາຖືກ ເຊັ່ນດຽວກັນກັບ ການຊື້ຜ້າຍາມບຸນຈະມີລາຄາແພງ. ປຽບເໝືອນຄົນເຮົາເມື່ອຈະເຮັດສິ່ງໃດ ຄວນມີການວາງແຜນໄວ້ລ່ວງໜ້າ ຢ່າແກ້ບັນຫາສະເພາະໜ້າ ເພາະນອກຈາກຈະຫຍຸ້ງຍາກແລ້ວ ຍັງຕ້ອງເສຍເງິນອີກຫຼວງຫຼາຍບໍ່ກຸ້ມ ຫຼື ປຽບເຖິງການເຮັດສິ່ງທີ່ຜິດກາລະເທສະ.

(ດວງຈັນ, 1991:34)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!