Home » ຊີ້ນໄປປາມາ

ຊີ້ນໄປປາມາ

ໂດຍ ຄໍາສັບລາວ

ຄວາມໝາຍຕາມຄຳໂຕງໂຕຍນີ້ເວົ້າເຖິງ ການສົ່ງຍື່ນອາຫານການກິນຂອງຄົນລາວ ບໍ່ວ່າໃນເມື່ອກ່ອນ ກໍຄືປັດຈຸບັນ ເວລາໄດ້ຊີ້ນກໍມັກຈະເອົາໃຫ້ ຄົນບ້ານໃກ້ເຮືອນຄຽງເປັນທຳມະດາ ແລະ ຜູ້ທີ່ເຄີຍໄດ້ຮັບ ເມື່ອມີປາກໍເອົາມາໃຫ້ຄືນ ເພື່ອຕອບແທນເຊິ່ງກັນແລະກັນ. ດັ່ງນັ້ນ, ຄຳໂຕງໂຕຍນີ້ໝາຍເຖິງ ຄົນໃນສັງຄົມຕ້ອງເພິ່ງອາໄສເຊິ່ງກັນແລະກັນ, ຜູ້ໃດຜູ້ໜຶ່ງມີຫຍັງກໍຕ້ອງແບ່ງປັນກັນ ເຊິ່ງບໍ່ສະເພາະແຕ່ວັດຖຸເງິນຄຳເທົ່ານັ້ນ, ນັບທັງການແບ່ງປັນຄວາມຮູ້ ແລະ ສະຕິປັນຍາ ກໍແມ່ນສິ່ງໜຶ່ງ ທີ່ເຮັດໃຫ້ສັງຄົມມີການພັດທະນາຂຶ້ນ.

(ທອງມີ, 2007:171)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!