1. ອັກສອນຫຍໍ້ຢູ່ນອກວົງເລັບ ແມ່ນໃຊ້ສໍາລັບບອກປະເພດຄໍາ ຄື:
-
ກ. ກິລິຍາ : ຄໍາກໍາມະ
-
ສ. ສັບພະນາມ : ຄໍາແທນນາມ, ຄໍາແທນຊື່
-
ສັນ. ສັນທານ : ຄໍາຕໍ່, ຄໍາເຊື່ອມ
-
ນ. ນາມ : ຄໍາບອກຊື່, ຄໍານາມ
-
ບ. ບຸບພະບົດ : ຄໍານໍາໜ້ານາມ
-
ວ. ວິເສດ : ຄໍາຄຸນນາມ, ຄໍາຂະຫຍາຍກໍາມະ ຫຼື ກິລິຍາ
-
ອຸ. ອຸທານ : ຄໍາອຸທານ
2. ອັກສອນຫຍໍ້ໃນວົງເລັບ ເຊິ່ງຮຽງໄວ້ ຕໍ່ຈາກຕົວອັກສອນຫຍໍ້ບອກປະເພດຂອງຄໍານັ້ນ ແມ່ນໃຊ້ສໍາລັບບອກທີ່ມາຂອງຄໍາ ດັ່ງນີ້:
-
(ຂ.) : ຂະເໝນ
-
(ຈ.) : ຈີນ
-
(ສ.) : ສັນສະກຣິດ
-
(ທ.) : ໄທ
-
(ປ.) : ປາລີ
-
(ຝ.) : ຝຣັ່ງ
-
(ຫວ.) : ຫວຽດນາມ
-
(ອ.) : ອັງກິດ
-
(ຮ.) : ຮິນດູ
3. ຄໍາໃນວົງເລັບທ້າຍ ເປັນຕົວຢ່າງທີ່ຍົກມາ ບອກຫຼັກຖານທີ່ອ້າງອີງ ເຊິ່ງມີຊື່ເຕັມດັ່ງນີ້ ຄື:
-
(ກາ) : ກາລະເກດ
-
(ກາໄກ) : ທ້າວກາໄກ
-
(ກາເຜືອກ) : ທ້າວກາເຜືອກ
-
(ຂຸນທຶງ) : ທ້າວຂຸນທຶງຂຸນເທືອງ
-
(ຂຸນບູລົມ) : ພື້ນຂຸນບູລົມ
-
(ຂູລູ) : ຂູລູນາງອົ້ວ
-
(ຄໍາສອນ) : ທ້າວຄໍາສອນ
-
(ສຸດ) : ສຸດທີ່ອ່າວ
-
(ສິນ) : ສິນໄຊ
-
(ສົມ) : ສົມທີ່ຄຶດ
-
(ສຽວ) : ສຽວສະຫວາດ
-
(ຍ່າ) : ຍ່າສະຫຼານ
-
(ບ) : ຄໍາບູຮານ
-
(ປະເພນີ) : ປະເພນີລາວບູຮານ
-
(ປັດເສນ) : ພະຍາປັດເສນ
-
(ປູ່) : ປູ່ສອນຫຼານ
-
(ຜະຫຍາ) : ຄໍາຜະຫຍາ
-
(ຜາແດງ) : ຜາແດງນາງໄອ່
-
(ພາສິດ) : ພາສິດບູຮານລາວ
-
(ລິນ) : ທ້າວລິນທອງ
-
(ລຶບ) : ສານລຶບພະສູນ
-
(ເວດ) : ເວດສັນດອນ
-
(ອິນ) : ອິນທິຍານສອນລູກ
-
(ໜ້າຜາກ) : ໜ້າຜາກໄກກະດົນ
-
(ຮຸ່ງ) : ທ້າວຮຸ່ງທ້າວເຈືອງ

