Home » ຄົມໃນຝັກ

ຄົມໃນຝັກ

ໂດຍ ຄໍາສັບລາວ

ຄົມ ແມ່ນມີດ, ພ້າ, ງ້າວ, ດາບ… ທີ່ເຂົ້າ, ສ່ວນຝັກ ແມ່ນສິ່ງທີ່ຊົບ ຫຼື ຝັກໃສ່ພ້າ. ໝາຍເຖິງສິ່ງທີ່ກ່າວມານັ້ນ ມີຄົມ ແລະ ເຂົ້າດີ, ຖ້າປະໄວ້ຢູ່ແຕ່ໃນ ຊົບ ຫຼື ຝັກ ເຮົາກໍຈະບໍ່ຮູ້ວ່າມັນເຂົ້າ ຫຼື ບໍ່ເຂົ້າ ເພາະສະນັ້ນ, ຖ້າຢາກຮູ້ກໍເອົາມັນມາໃຊ້ຟັນ ເຊິ່ງປຽບເໝືອນກັບ ຜູ້ທີ່ມີຄວາມຮູ້, ແຕ່ເຊື່ອງຄວາມຮູ້ ຄວາມສາມາດໄວ້ ບໍ່ກ້ານຳອອກມາໃຊ້, ມັນກໍບໍ່ເກີດປະໂຫຍດຫຍັງໝົດ. ດັ່ງນັ້ນ, ເມື່ອເຖິງເວລາອັນຄວນ ໄດ້ນຳເອົາຄວາມຮູ້ນັ້ນ ມານຳໃຊ້, ຜູ້ອື່ນຈຶ່ງຮູ້ວ່າ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຫຼື ໝາຍເຖິງ ຄົນທີ່ມີຄວາມຖະໝອມຖ່ອມຕົວ ແລະ ບໍ່ອວດອົ່ງທະນົງຕົວ.

(ທອງມີ, 2007:167)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!