Home » ຄຸນສົມບັດຂອງເມຍ ແລະ ແມ່ທີ່ດີ

ຄຸນສົມບັດຂອງເມຍ ແລະ ແມ່ທີ່ດີ

ໂດຍ ຄໍາສັບລາວ

ແມ່ຍິງເຮົາ ພາຍຫຼັງ ທີ່ແຕ່ງດອງແລ້ວ ຕ່າງກໍຫວັງ ຈະເຮັດໜ້າທີ່ ເປັນເມຍ, ເປັນແມ່ ທີ່ດີທີ່ສຸດ ໃຫ້ກັບ ຄອບຄົວ, ສະນັ້ນ ປັດໄຈສຳຄັນ ທີ່ຊ່ວຍໃຫ້ ການໃຊ້ຊີວິດຄູ່ ດຳເນີນໄປ ດ້ວຍຄວາມອົບອຸ່ນ ຜາສຸກ, ຜົວເມຍ ມີຄວາມເຂົ້າອົກ ເຂົ້າໃຈກັນ, ລູກເຕົ້າມີ ຄວາມຖືກຕ້ອງ ປອງດອງ, ຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ. ແມ່ຍິງ ຈຶ່ງເປັນກຳລັງແຮງ ສຳຄັນໃນການ ສ້າງສະຖາບັນ ຂອງຄອບຄົວ ໃຫ້ໝັ້ນຄົງ ດ້ວຍບາງປັດໄຈ ພື້ນຖານດັ່ງນີ້:

  1. ຄວາມຮັກ: ສິ່ງທຳອິດ ທີ່ສາມີ ແລະ ລູກຕ້ອງການ ນັ້ນກໍແມ່ນ ຄວາມຮັກ ຊຶ່ງຄວາມຮັກໃນທີ່ນີ້ ໝາຍເຖິງ ການບອກ, ການສະແດງ ຄວາມຮູ້ສຶກ ເຊັ່ນ: ບອກຮັກ, ສະແດງຄວາມ ເປັນຫ່ວງ ເປັນໃຍ ແລະ ເອົາໃຈໃສ່ ເບິ່ງແຍງ ເພາະຖ້າເຮົາ ຮັກເຂົາ ແຕ່ບໍ່ເຄີຍ ສະແດງອອກ  ເຂົາກໍບໍ່ອາດຮັບຮູ້ ເຖິງຄວາມຮູ້ສຶກ ຂອງເຮົາໄດ້.

  2. ຄວາມຊື່ສັດ, ເຂົ້າໃຈ ແລະ ອົດທົນ: ຜູ້ຊາຍທຸກຄົນ ລ້ວນແຕ່ຕ້ອງການ ແຕ່ງດອງ ກັບແມ່ຍິງ ທີ່ມີຄວາມຊື່ສັດ ກັບເຂົາຄົນດຽວ ເທົ່ານັ້ນ ເພາະຄວາມຊື່ສັດ ນຳມາສູ່ຄວາມ ໄວ້ວາງໃຈ, ເຊື່ອໃຈ, ໃຫ້ກຽດ ແລະ ເປັນພື້ນຖານ ຂອງການສ້າງ ຄວາມຜູກພັນທີ່ດີ. ນອກຈາກນີ້ ຄວາມເຂົ້າໃຈ ແລະ ອົດທົນ ກໍເປັນສິ່ງສຳຄັນ ທີ່ສາມີ ແລະ ລູກຕ້ອງການ ເພາະສິ່ງເຫຼົ່ານີ້ ຈະຊ່ວຍໃຫ້ແມ່ຍິງ ບໍ່ກາຍເປັນຄົນທີ່ ຄິດເລັກຄິດນ້ອຍ, ບໍ່ຈູ້ຈີ້ຈຸກຈິກ ອັນເປັນ ສາເຫດທີ່ພາໃຫ້ເກີດ ມີຄວາມລະແວງ ສົງໄສໃນ ຄອບຄົວ, ກ້າວໄປສູ່ ການຜິດຖຽງ ຫຼື ຮ້າຍໄປກວ່ານັ້ນ ກໍອາດເປັນສາເຫດ ເຮັດໃຫ້ຢ່າຮ້າງກັນ ເກີດຂຶ້ນ.

  3. ເພີ່ມສະເໜ່ໃຫ້ຕົນເອງ: ແມ່ຍິງທີ່ແຕ່ງດອງ, ມີລູກແລ້ວ ມັກຈະສຸມໃສ່ ການເບິ່ງແຍງ ຄອບຄົວ, ລູກຜົວເປັນສ່ວນໃຫຍ່ ເພື່ອໃຫ້ຕົນ ກາຍເປັນເມຍ ແລະ ແມ່ທີ່ດີ ແຕ່ລືມຄິດວ່າ ສິ່ງສຳຄັນ ອີກຢ່າງໜຶ່ງ ແມ່ນ ການເບິ່ງແຍງຕົນເອງຊຶ່ງເປັນເລື່ອງທີ່ແມ່ຍິງ ບໍ່ຄວນເບິ່ງຂ້າມ. ສະນັ້ນ ແມ່ຍິງ ກໍຄວນສ້າງ ໃຫ້ຕົນເອງ ເປັນຄົນທີ່ງາມ ທັງຮູບຮ່າງ ແລະ ໜ້າຕາ ເຊັ່ນ: ເບິ່ງແຍງຕົນເອງ ໃນເລື່ອງການແຕ່ງຕົວ, ເຄື່ອງນຸ່ງຫົ່ມ, ໜ້າ, ຜົມ, ລວມທັງ ມີກິລິຍາ ມາລະຍາດ ທີ່ສຸພາບຮຽບຮ້ອຍ, ມີການຕິດຕໍ່ພົວພັນ ໃນສັງຄົມ ໃນທາງທີ່ຖືກຕ້ອງ, ເໝາະສົມ ແລະ ຮູ້ເຄົາລົບນັບຖື, ໃຫ້ກຽດຍາດພີ່ນ້ອງ ຂອງທັງສອງກໍ້າສອງຝ່າຍ ຢ່າງສະເໝີພາບກັນ.

  4. ມີເວລາ ແລະ ໃຫ້ຄວາມສຳຄັນ ກັບຄອບຄົວ: ປະຈຸບັນ ແມ່ຍິງ ຈຳນວນຫຼາຍ ມີອາຊີບ, ມີໜ້າທີ່ ວຽກງານ ທີ່ແນ່ນອນ ເທົ່າທຽມກັບເພດຊາຍ ເພື່ອສ້າງໃຫ້ຄອບຄົວ ມີຢູ່ມີກິນ, ມີຊີວິດ ການເປັນຢູ່ ທີ່ດີຂຶ້ນ. ເຖິງຢ່າງໃດກໍຕາມ ແມ່ຍິງເອງ ກໍບໍ່ຄວນເບິ່ງຂ້າມ ໃນການເຮັດໜ້າ ທີ່ເປັນແມ່ ແລະ ເມຍ ທີ່ດີ ໃນເວລາດຽວກັນ, ແມ່ຍິງຄວນມີເວລາ ໃນການເຮັດກິດຈະກຳ ຮ່ວມກັນ ກັບສະມາຊິກ ໃນຄອບຄົວ, ໃຫ້ຄຳປຶກສາ, ແນະນຳ ແລະ ໃຊ້ເວລາ ໃນການເປັນຜູ້ຮັບຟັງ ທີ່ດີ, ຫຼີກເວັ້ນການບັງຄັບ ໃຫ້ຄົນອື່ນ ເຮັດຕາມ ຄວາມຮູ້ສຶກ ຂອງຕົນເອງ ເພາະການກະທຳ ດັ່ງກ່າວ ຈະເຮັດໃຫ້ຄົນ ໃນຄອບຄົວ ບໍ່ກ້າສະແດງ ຄວາມຄິດຄວາມເຫັນ.

ນອກຈາກບາງປັດໄຈ ທີ່ກ່າວມາ ຂ້າງເທິງແລ້ວ  ສິ່ງສຳຄັນສະມາຊິກ ທຸກຄົນໃນຄອບຄົວ ກໍຕ້ອງພ້ອມພຽງກັນສ້າງ ສະຖາບັນຄອບຄົວ ໃຫ້ມີຄວາມອົບອຸ່ນ ຜາສຸກ ໂດຍສະເພາະ ຜູ້ເປັນຜົວ ກໍຄວນເອົາໃຈໃສ່ ເຮັດໜ້າທີ່ ເປັນຜູ້ນຳທີ່ດີ ຂອງຄອບຄົວ,  ໜັກແໜ້ນ, ຊື່ສັດ, ຍຶດໝັ້ນ ໃນຄວາມຮັກ ຢ່າງສະເໝີຕົ້ນ ສະເໝີປາຍ, ຊ່ວຍເຫຼືອເບິ່ງແຍງກັນ ໃນຍາມທຸກ, ຍາມສຸກ, ມີຄວາມຖືກຕ້ອງ ປອງດອງ, ຕ້ອງຮູ້ຈັກ ຖະນຸຖະໜອມ ນ້ຳໃຈກັນ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ລູກ ໄປພ້ອມກັບການ ເບິ່ງແຍງດ້ານເສດຖະກິດ ຂອງຄອບຄົວ ໃຫ້ຄອບຄົວ ມີຢູ່ມີກິນ ມີຊີວິດ ການເປັນຢູ່ ດີຂຶ້ນ ກໍຈະເຮັດໃຫ້ ຄອບຄົວ ມີຄວາມອົບອຸ່ນຜາສຸກ.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!