Home » ຄຳວ່າ ສະຫາຍ ໃນພາສາລາວ

ຄຳວ່າ ສະຫາຍ ໃນພາສາລາວ

ໂດຍ ຄໍາສັບລາວ

ຄວາມໝາຍ: ຄຳວ່າ “ສະຫາຍ” ໃນວັດຈະນານຸກົມສະບັບທີ່ໃຊ້ ເພື່ອຄົ້ນຄວ້າໃນຄັ້ງນີ້ ມີໝາຍບອກວ່າ ເປັນຄຳນາມ ແລະ ມີເຄົ້າມາຈາກ ພາສາປາລີ-ສັນສະກິດ (ທອງຄຳ, 2008:252) ທັງໃຫ້ຄວາມໝາຍໄວ້ວ່າ “ສ່ຽວ, ສ່ຽວຜູ້ຮ່ວມເປັນ ຮ່ວມຕາຍ, ເພື່ອນຜູ້ ຮ່ວມສຸກຮ່ວມທຸກດ້ວຍກັນ”. ໝາຍເຖິງ ເພື່ອນຮັກແພງເຊິ່ງກັນ ແລະ ກັນ. ເຖິງປານນັ້ນກໍຕາມ, ວັດຈະນານຸກົມ ສະບັບ ປາລີ-ໄທ-ອັງກິດ-ສັນສະກິດ (2513:815) ໃຫ້ຄວາມໝາຍ ຂອງຄຳນີ້ໄວ້ວ່າ “ຄວາມເປັນແຫ່ງສະຫາຍ”. ອັນນີ້ສະແດງວ່າ ຄຳນີ້ມີໜຶ່ງຄວາມໝາຍ ແລະ ໃນວັດຈະນານຸກົມ ທອງຄຳ ອ່ອນມະນີສອນ ກໍໃຫ້ໄວ້ມີ ສາມ ຄວາມໝາຍ. ກໍລະນີນີ້ ນັກວິຊາການເອີ້ນວ່າ ການປ່ຽນຄວາມໝາຍ ດ້ວຍການກາຍສຽງ ຫຼື ການລອກສຽງ ເພື່ອແຍກຄວາມໝາຍ ປະດິດຄິດແຕ່ງ ຄວາມໝາຍໃໝ່ ດ້ວຍເຈຕະນາ ຄວາມໝາຍທີ່ສ້າງຂຶ້ນໃໝ່ນີ້ ບໍ່ຄ່ອຍຈະມີເຄົ້າ ຂອງຄວາມໝາຍເດີມ ເຊິ່ງເອີ້ນຕາມທາງ ວິຊາການວ່າ ຄວາມໝາຍສ້າງໃໝ່ (ສຸພາພອນ ມາກແຈ້ງ, 2527:141).

ການນຳໃຊ້: ນອກຈາກປາກົດ ຢູ່ໃນ ວັດຈະນານຸກົມ ສະບັບ ທີ່ນຳໃຊ້ ເພື່ອການສຶກສາ ຄົ້ນຄວ້ານີ້ແລ້ວ “ສະຫາຍ” ກໍເປັນຄຳໜຶ່ງ ທີ່ປາກົດໃນ ຄັງສັບພາສາລາວ (ສີລາ ວີລະວົງ 2549, ສີວຽງແຂກ ກອນນິວົງ 2005, ສະຖາບັນ ວິທະຍາສາດ ສັງຄົມ ແຫ່ງຊາດ 2012). ຍ້ອນແນວນັ້ນ, ຄຳນີ້ ຈຶ່ງບໍ່ພຽງແຕ່ ເປັນຄຳໜຶ່ງ ທີ່ບັນທຶກໄວ້ໃນ “ຄັງສັບພາສາລາວ” ເທົ່ານັ້ນ ຫາກຍັງຄົງ ຖືກນຳໃຊ້ ເຂົ້າໃນການແລກປ່ຽນ ຄົບຄ້າເວົ້າລົມກັນ ຂອງຄົນລາວ ໃນຊີວິດປະຈຳວັນ ເປັນຕົ້ນວ່າ ອັນທີ່ເຫັນໄດ້ງ່າຍ ກໍຄືວ່າ ຄຳນີ້ປາກົດ ຢູ່ໃນປຶ້ມ ພັກຄອມມູນິດຫວຽດນາມ ຄະນະບໍລິຫານສູນກາງ (ອະທິພອນ ບຸນນະຜົນ ແລະ ຄະນະ, 2003:30).

ຄວາມໝາຍຂອງຄຳພາສາປາລີ-ສັນສະກິດ ໃນພາສາລາວ, ປ.ໂທ (2017), ອັກສອນສາດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!