Home » ຄຳວ່າ ກະເສດ ໃນພາສາລາວ

ຄຳວ່າ ກະເສດ ໃນພາສາລາວ

ໂດຍ ຄໍາສັບລາວ

ຄວາມໝາຍ: ຄຳວ່າ ກະເສດ ແມ່ນເປັນ ຄຳນາມ ແລະ ມີເຄົ້າມາຈາກ ພາສາປາລີ-ສັນສະກິດ (ທອງຄຳ, 2008:5) ທັງໃຫ້ຄວາມໝາຍ ໄວ້ວ່າ: “ທີ່ດິນທົ່ງນາ, ໄຮ່ນາ, ເຂດສຳລັບ ເຮັດນາ ເອີ້ນ ເຂດກະເສດ”. ໝາຍເຖິງ ຂອບເຂດ ພື້ນທີ່ ການປູກຝັ່ງ, ລ້ຽງສັດ, ເຮັດການຜະລິດ ສຳລັບ ຊາວໄຮ່ ແລະ ຊາວນາ. ແຕ່ເຖິງປານນັ້ນກໍຕາມ, ວັດຈະນານຸກົມສະບັບ ປາລີ-ໄທ-ອັງກິດ-ສັນສະກິດ (2513:259) ໃຫ້ຄວາມໝາຍ ຂອງຄໍານີ້ໄວ້ວ່າ “ຜູ້ມີນາເປັນທີ່ມາຢູ່, ຊາວນາ”. ອັນນີ້ສະແດງວ່າ ຄຳນີ້ ມີສອງຄວາມໝາຍ ແລະ ໃນວັດຈະນານຸກົມ ທອງຄຳ ອ່ອນມະນີສອນ ກໍໃຫ້ໄວ້ມີ ສາມ ຄວາມໝາຍ. ກໍລະນີນີ້ ນັກວິຊາການ ເອີ້ນວ່າ ການປ່ຽນຄວາມໝາຍ ອາດເນື່ອງດ້ວຍ ສະພາບແວດລ້ອມ, ການຕັດຄຳ ແລະ ຍັງມີເຄົ້າ ຂອງຄວາມໝາຍເດີມ ເຊິ່ງເອີ້ນຕາມ ທາງວິຊາການວ່າ ຄວາມໝາຍເຄື່ອນ (ສຸພາພອນ ມາກແຈ້ງ, 2527:142).

ການນຳໃຊ້: ນອກຈາກປາກົດຢູ່ໃນ ວັດຈະນານຸກົມສະບັບທີ່ໃຊ້ ເພື່ອການສຶກສາຄົ້ນຄວ້ານີ້ແລ້ວ “ກະເສດ” ຍັງປາກົດຢູ່ໃນ ວັດຈະນານຸກົມພາສາລາວ ສະບັບ ອື່ນໆອີກຕື່ມ. ສີລາ ວີລະວົງ 2549, ສີວຽງແຂກ ກອນນິວົງ 2005, ສະຖາບັນ ວິທະຍາສາດ ສັງຄົມ ແຫ່ງຊາດ 2012. (ຕໍ່ໄປວັດຈະນານຸກົມທັງ ສາມ ສະບັບນີ້ ຈະຖືກປ່ຽນແທນດ້ວຍ ຄຳວ່າ “ຄັງສັບພາສາລາວ” ໃນກໍລະນີ ທີ່ຄຳໃດໜຶ່ງ ບໍ່ປາກົດໃນ ຄັງສັບພາສາລາວ ຈຶ່ງຈະລະບຸຊື່ສະບັບ). ຍ້ອນແນວນັ້ນ, ຄຳນີ້ຈຶ່ງບໍ່ພຽງແຕ່ ເປັນຄຳໜຶ່ງທີ່ ບັນທຶກໄວ້ໃນ ຄັງສັບພາສາລາວ ເທົ່ານັ້ນ ຫາກຍັງຄົງຖືກນຳໃຊ້ ໃນການແລກປ່ຽນ ຄົບຄ້າ ເວົ້າລົມກັນ ຂອງຄົນລາວ ໃນຊີວິດປະຈຳວັນ ເປັນຕົ້ນວ່າ ອັນທີ່ເຫັນໄດ້ ງ່າຍໆ ກໍຄື: ຄຳນີ້ປາກົດຢູ່ ໃນຫົວບົດ “ສຶກສາເຕັກນິກ ໃນການປູກຜັກ ລະດູຝົນ 5 ຊະນິດ: ກໍລະນີ ສຶກສາ ຢູ່ເມືອງຫາດຊາຍຟອງ, ເມືອງສີໂຄດ ແລະ ນະຄອນຫຼວງວຽງຈັນ”. ວາລະສານ ວິທະຍາສາດ ສະບັບທີ 2 ຂອງ ມະຫາວິທະຍາໄລແຫ່ງຊາດ. (ໂຄສະດາ ວົງຊະນະ ແລະ ອາວະກາດ ຜາສຸ້ຍໃສງາມ, 2008: 43 – 53).

ຄວາມໝາຍຂອງຄຳພາສາປາລີ-ສັນສະກິດ ໃນພາສາລາວ, ປ.ໂທ (2017), ອັກສອນສາດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!