Home » ຄວາມໝາຍ ຄຳວ່າ ເກົາທັນ

ຄວາມໝາຍ ຄຳວ່າ ເກົາທັນ

ໂດຍ ຄໍາສັບລາວ

ຄວາມໝາຍ: ຄຳວ່າ “ເກົາທັນ” ໃນວັດຈະນານຸກົມທີ່ໃຊ້ ເພື່ອການຄົ້ນຄວ້າໃນຄັ້ງນີ້ ມີໝາຍບອກວ່າ ເປັນຄຳນາມ ແລະ ມີເຄົ້າມາຈາກ ພາສາປາລີ-ສັນສະກິດ (ທອງຄຳ, 2008:24) ທັງໃຫ້ຄວາມໝາຍໄວ້ວ່າ “ທະນູ, ກຸທັນກໍ່ໃຊ້”. ໝາຍເຖິງລູກທະນູ ເຮັດດ້ວຍໄມ້ປ໋ອງ ໃນສະໄໝບູຮານ ນຳໃຊ້ເປັນອາວຸດ ເຮັດສົງຄາມ. ແຕ່ເຖິງປານນັ້ນກໍຕາມ, ວັດຈະນານຸກົມ ສະບັບ ປາລີ-ໄທ-ອັງກິດ-ສັນສະກິດ ໃຫ້ຄວາມໝາຍ ຄຳນີ້ໄວ້ວ່າ “ເກົາທັນ, ໄມ້ກາງແຂນ, ລູກທະນູ”. ອັນນີ້ສະແດງວ່າ ຄຳນີ້ມີ ສາມຄວາມໝາຍ ແລະ ໃນວັດຈະນານຸກົມ ທອງຄຳ ອ່ອນມະນີສອນ ກໍໃຫ້ໄວ້ມີ ສອງຄວາມໝາຍ. ກໍລະນີນີ້ ນັກວິຊາການ ເອີ້ນວ່າ ການປ່ຽນຄວາມໝາຍ ດ້ວຍວິທີການເລືອກ ເອົາຄວາມໝາຍໃດໜຶ່ງ ທີ່ເຫັນວ່າ ຖືກກັບຄວາມຕ້ອງການ ເອີ້ນຕາມທາງວິຊາການວ່າ ຄວາມໝາຍໜ້ອຍລົງ (ສຸພາພອນ ມາກແຈ້ງ, 2527:141).

ການນຳໃຊ້: ນອກຈາກປາກົດຢູ່ໃນ ວັດຈະນານຸກົມ ສະບັບທີ່ນຳໃຊ້ ເພື່ອການສຶກສາ ຄົ້ນຄວ້ານີ້ແລ້ວ “ເກົາທັນ” ເປັນຄຳໜຶ່ງ ທີ່ປາກົດໃນ “ຄັງສັບພາສາລາວ”. (ສີລາ ວີລະວົງ 2549, ສີວຽງແຂກ ກອນນິວົງ 2005, ສະຖາບັນ ວິທະຍາສາດ ສັງຄົມ ແຫ່ງຊາດ 2012) ຍ້ອນແນວນັ້ນ, ຄຳນີ້ຈຶ່ງເປັນພຽງ ຄຳໜຶ່ງທີ່ຖືກ ບັນທຶກໄວ້ໃນ “ຄັງສັບພາສາລາວ” ເທົ່ານັ້ນ, ບໍ່ຄ່ອຍຖືກນຳໃຊ້ ເຂົ້າໃນການແລກປ່ຽນ ຄົບຄ້າສະມາຄົມ ຂອງຄົນລາວແບບທົ່ວໄປ. ເຖິງປານນັ້ນກໍຕາມ, ຄຳນີ້ຍັງຖືກນຳໃຊ້ ເປັນຂໍ້ມູນອ້າງອີງ ໃນເວລາເວົ້າເຖິງ ການປ່ຽນຮູບຄຳ ຈາກພາສາປາລີ-ສັນສະກິດ ມາເປັນຄຳລາວ ເປັນຕົ້ນວ່າ ອັນທີ່ເຫັນໄດ້ງ່າຍ ກໍຄືວ່າ ຄຳນີ້ ປາກົດຢູ່ໃນ ແບບຮຽນພາສາລາວ 3 (ສຳລັບໂຮງຮຽນ ສ້າງຄູລະບົບ 11+3 ປີທີ 2) (ບົວລີ ປະພາພັນ ແລະ ຄະນະ, 1998:44).

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!