Home » ຄວາມຮັກພຽງຢ່າງດຽວ ບໍ່ພຽງພໍທີ່ຈະເຮັດໃຫ້ຄອບຄົວໄປຮອດຝັ່ງ

ຄວາມຮັກພຽງຢ່າງດຽວ ບໍ່ພຽງພໍທີ່ຈະເຮັດໃຫ້ຄອບຄົວໄປຮອດຝັ່ງ

ໂດຍ ຄໍາສັບລາວ

ໃນເວລາເປັນຄູ່ຮັກ ຫຼື ເປັນແຟນ ຄວາມຮັກມັນເປັນເລື່ອງຂອງຄົນສອງຄົນ, ພຽງຄວາມຮັກຢ່າງດຽວ ກໍເຮັດໃຫ້ການໃຊ້ຊີວິດມີແຕ່ຄວາມສຸກ, ຢ່າວ່າແຕ່ນໍ້າຕົ້ມຜັກ ແມ້ນແຕ່ເຄືອເຂົາຮໍ ກໍຍັງວ່າຫວານ

ຫຼັງແຕ່ງງານຄວາມຮັກກໍກາຍເປັນເລື່ອງຂອງຄົນຫຼາຍຄົນ, ພໍ່ປູ່-ແມ່ຍ່າ, ພໍ່ເຖົ້າ-ແມ່ເຖົ້າ, ລຸງປ້າ-ອາວອາ ເອື້ອຍ-ອ້າຍ-ນ້ອງ ຂອງທັງສອງຝ່າຍ ຫຼື ບາງເທື່ອບໍ່ແມ່ນພີ່ນ້ອງ ປ້ອງປາຍ ກໍຍັງເຂົ້າ ມາມີສ່ວນຮ່ວມ ໃນການດໍາລົງຊີວິດຄູ່ ເໝືອນກັບຄູ່ຂອງ ລິນດາ.

ລິນດາ ໄດ້ແຕ່ງດອງກັບຄົນທີ່ຕົນຮັກ ແລະ ເລືອກທີ່ຈະໃຊ້ຊີວິດຮ່ວມກັນ ໃນທ່າມກາງຄວາມບໍ່ເຫັນດີ ຂອງພີ່ນ້ອງທັງຝ່າຍຍິງ, ຍ້ອນຝ່າຍຊາຍເປັນ ຄອບຄົວ ທີ່ທຸກຍາກ, ມີອ້າຍນ້ອງຫຼາຍຄົນ ເມື່ອແຕ່ງດອງແລ້ວ ລິນດາ ໄປຢູ່ເຮືອນແມ່ສາມີ. ລາວໄດ້ເຮັດວຽກທຸກຢ່າງ ລຸກເດີກຕື່ນເຊົ້າ ເພື່ອມາໜຶ້ງເຂົ້າແຕ່ງກິນ ມ້ຽງເຮືອນຊັກເຄື່ອງ ນ້ອງຂອງສາມີ ໃຫຍ່ຈົນໜຶ້ງເຂົ້າເປັນໝົດແລ້ວ ​ແຕ່​ກໍ​ບໍ່​ເຫັນ​ມີ​ໃຜ​ມາ​ຊ່ວຍ ນອກຈາກກິນກັບນອນ, ເບິ່ງໂທລະທັດ ແລະ ໄປທ່ຽວຫຼິ້ນກໍບໍ່ເຫັນເຮັດຫຍັງ ລິນດາ ອົດຖຽງຜົວບໍ່ໄດ້ເພາະຕົນ ເອງກໍເມື່ອຍຄືກັນ ກັບຈາກ​ເລີກ​ວຽກ​ເລີກການ ມາ​ຮອດເຮືອນກໍຕ້ອງໄດ້ແລ່ນເຂົ້າເຮືອນຄົວ, ເຮືອນຊານ ​ແຕ່ງ​ຢູ່​ຄົວກິນ ​ມ້ຽນ​ເຮືອນຖ້າບໍ່ມ້ຽງກໍຮົກປານດົງ, ສ່ວນເງິນເດືອນ ບໍ່ເຄີຍເຫຼືອ​ໃຫ້​ທ້ອນ​ໃຫ້ເກັບ ບາງເດືອນເກືອບບໍ່ກຸ້ມ ບາງເທື່ອຍັງໄດ້ຂໍນໍາພໍ່ແມ່ ມາ​ໃຊ້​ຈ່າຍເກີດມາ ລິນດາ ບໍ່ເຄີຍລຸກໜຶ້ງເຂົ້າ ກໍຕ້ອງໄດ້ລຸກ ແລະ ແຕ່ງຂອງກິນປັ້ນເຊົ້າ ໃຫ້ຮຽບຮ້ອຍ ບາງເທື່ອກໍຢາກ ຮ້າຍ ແຕ່ເມື່ອເຫັນໜ້າຜົວກໍ ໃຈອ່ອນ ນັ້ນກໍແມ່ ນີ້ກໍເມຍ ຖ້າບໍ່ຖືກກັນ ກໍຄົງຈະລໍາບາກໃຈ ຜູ້ຢູ່ກາງ.

ທຸກຄັ້ງທີ່ ລິນດາ ມາຢາມແມ່ ແມ່ມັກຈະໂວຍວາຍດ້ວຍຄວາມຢາກຮ້າຍ ເມື່ອເຫັນລູກ ທັງຈ່ອຍ ທັງຜອມ ແລະ ມັກເວົ້າໃຫ້ລູກ ໄປເປັນລູກໃພ້ ຫຼື ​ໄປ​ເປັນຄົນຮັບໃຊ້ເຂົາ ກັບມາຢູ່ ເຮືອນເຮົາເນາະ ແມ່ບອກໃຫ້ກັບມາຢູ່ເຮືອນ ລິນດາ ກໍຕັດສິນໃຈຍ້າຍມາຢູ່ເຮືອນແມ່ ທັງສອງຜົວເມຍຍ້ອນ ຖືພາບໍ່ຢາກເຮັດວຽກຫຼາຍອີຕົນລູກໃນທ້ອງ ສາມີກໍເຮັດເພື່ອຄອບຄົວປະໃຫ້ແມ່ ຢູ່ກັບນ້ອງໆ.

ພໍຍ້າຍມາຢູ່ເຮືອນ ລິນດາ ວັນເສົາ-ທິດ ແທ່ນທີ່ສາມີ​ຂອງ​ລິນດາຈະລຸກແຕ່ເດິກມາ ຊ່ວຍວຽກພໍ່ເຖົ້າ ຕາເວັນເພນ​ແລ້ວ ກໍຍັງບໍ່ຕື່ນນອນ ເຮັດຫຍັງກໍບໍ່ເປັນ ປານລູກຜູ້ຮັ່ງມັ່ງມີ ສຽງແມ່ເຖົ້າຈົ່ມ ແລະ ສຽງປ້າເວົ້າ ແວ່ວມາໃສ່ຫູ ເຮັດໃຫ້ຜົວຂອງ ລິນດາ ຮູ້ສຶກກິນກໍຜິດ ບໍ່ກິນກໍຜິດ.

ຫຼາຍ​ເດືອນ​ຜ່ານ​ໄປ ສາມີ ລິນດາ ໝົດຄວາມອົດທົນ ຂໍຍ້າຍບ່ອນເຮັດວຽກໄປຢູ່ຕ່າງແຂວງ ກ່ອນການຍົກຍ້າຍ ລາວກໍເລີ່ມກັບເດິກມາແຈ້ງ ຖາມຍາມໃດກໍມີແຕ່ວຽກກັບວຽກ ລິນດາ ຮູ້ສຶກເໝືອນຖືກນອກໃຈ ສ່ວນສາມີກໍຮູ້ສຶກເໝືອນເປັນສ່ວນເກີນ ຂອງຄອບຄົວ ຄວາມຫ່າງເຫີນມີຫຼາຍຂຶ້ນເລື້ອຍໆ ເວົ້າກັນບໍ່ເຂົ້າບໍ່ອອກ ໃຜກໍວ່າຕົນເອງຖືກ ສຸດທ້າຍກໍ ມາຮອດ ຂັ້ນຕອນກໍາລັງປະຮ້າງກັນ.

ນີ້ລະເຂົາວ່າ ຄວາມຮັກພຽງຢ່າງດຽວ ບໍ່ພຽງພໍ ແລະ ບໍ່ສາມາດເຮັດໃຫ້ຄອບຄົວ ຂອງທັງສອງ ໄປບໍ່ຮອດຝັ່ງໄດ້ ຕ້ອງມີຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫຼືອແບ່ງເບົາຄວາມທຸກ-ສຸກ ມີຄວາມສາມັກຄີ ຍາດພີ່ນ້ອງປອງດອງກັນ ຖ້າຖາມວ່າໃຜເປັນຄົນຜິດໃນລື່ອງນີ້ ກໍຄົງຊອກຄໍາຕອບໄດ້ຍາກ ເພາະແຕ່ລະຄົນກໍມີຄວາມຫວັງດີ ແລະ ເປັນຫ່ວງຄື ລິນດາ ເຮັດທຸກຢ່າງເພື່ອເປັນເມຍ ເປັນແມ່ທີ່ດີ, ສາມີ ເຮັດທຸກຢ່າງ ເພື່ອເປັນລູກ, ເປັນຜົວ ເປັນພໍ່ທີ່ດີ, ພໍ່ແມ່ ຫຼື ພໍ່ເຖົ້າແມ່ເຖົ້າ ເຮັດທຸກຢ່າງເພື່ອໃຫ້ລູກ ແລະ ຫຼານມີຄວາມສຸກ ແຕ່ທຸກຄົນພະຍາຍາມກໍຍິ່ງເຮັດໃຫ້ ຄອບຄົວ ຂອງລິນດາ ພົບທາງຕັນໄປບໍ່ໄດ້ຈົນຕ້ອງແຍກ ກັນໄປຄົນລະທາງ. ເຫຼືອພຽງໜ້າທີ່ການເປັນພໍ່-ແມ່ ໃຫ້ກັບລູກທີ່ເກີດມາ ດ້ວຍຄວາມຮັກ ແຕ່ກັບເປັນເດັກທີ່ພໍ່ແມ່ແຍກທາງກັນ.

ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!