Home » ຄວາມຮັກບໍ່ຈໍາເປັນຕ້ອງເລືອກ ລະຫວ່າງ ສະໝອງ ຫຼື ຫົວໃຈ

ຄວາມຮັກບໍ່ຈໍາເປັນຕ້ອງເລືອກ ລະຫວ່າງ ສະໝອງ ຫຼື ຫົວໃຈ

ໂດຍ ຄໍາສັບລາວ

ຂ້າພະເຈົ້າເຊື່ອວ່າທຸກຄົນ ຕ້ອງເຄີຍຜ່ານ ການມີຄວາມຮັກ ມາແລ້ວ ສ່ວນຕົວຂ້າພະເຈົ້າເອງ ເຊື່ອວ່າ ການເລືອກຄູ່ຊີວິດ ເຮົາຕ້ອງໃຊ້ ສະໝອງ ແລະ ຫົວໃຈ ຄວບຄູ່ກັນໄປ ໃນເວລາດຽວກັນ ເພາະຫົວໃຈ ຈະຖືກສັ່ງດ້ວຍສະໝອງ ຄວາມຮັກ ກໍເຊັ່ນກັນ ຈະຖືກສັ່ງດ້ວຍ ຄວາມຮູ້ສຶກ ຂອງມະນຸດ ທຸກຄົນ ມັນເປັນໄປບໍ່ໄດ້ ທີ່ເຮົາຕ້ອງເລືອກ ລະຫວ່າງ ສະໝອງ ຫຼື ຫົວໃຈ ມາຈັດດສັນວ່າ ຈະເລືອກໃຜມາເປັນ ຄູ່ຊີວິດ.

ຍ້ອນວ່າການເລືອກ ຄົນໆໜຶ່ງ ໃຫ້ເຂົ້າມາໃຊ້ ຊີວິດຢູ່ຮ່ວມກັບເຮົາ ແມ່ນຕ້ອງຄິດ ໃຫ້ດີກ່ອນຢູ່ແລ້ວ ສ່ວນທາງດ້ານຂອງຫົວໃຈ ກໍຕ້ອງເປັນ ອີກສ່ວນໜຶ່ງ ໃນການເລືອກຄູ່ ເພາະເຮົາເອົາແຕ່ ສະໝອງ ຄິດຢ່າງດຽວ ມັນກໍເປັນໄປບໍ່ໄດ້ ເຮົາຕ້ອງໃຊ້ ຄວາມຮູ້ສຶກ ໃນການຊ່ວຍ ຕັດສິນໃຈ ເຊັ່ນກັນ ເຖິງຢ່າງໃດກໍຕາມ ຂ້າພະເຈົ້າ ຍັງເຊື່ອວ່າ ການເລືອກໃຜຈັກຄົນ ເຂົ້າມາໃຊ້ຊີວິດ ຢູ່ຮ່ວມກັນ ມັນຕ້ອງໃຊ້ ສະໝອງ ແລະ ຫົວໃຈ ໄປພ້ອມໆກັນ ໃນການເລືອກຄູ່ ຂ້າພະເຈົ້າ ຂໍເລົ່າເຖິງປະສົບການ ທີ່ເຄີຍຜ່ານມາ ໃນຊີວິດໃຫ້ຟັງ.

ເລື່ອງມັນເລີ່ມຕົ້ນຈາກ ຂ້າພະເຈົ້າ ເປັນຄົນຫຼາຍໃຈ ຂ້ອຍມັກໃຊ້ຊີວິດ ແບບເລີກກັບຄົນນັ້ນ ບໍ່ດົນກໍລົມຄົນໃໝ່ ເປັນແບບນີ້ ມາຕະຫຼອດ ຈົນມີມື້ໜຶ່ງ ຂ້ອຍໄດ້ພົບກັບ ຊາຍຄົນໜຶ່ງ ທີ່ເປັນໝູ່ຂອງໝູ່ ໃນກຸ່ມທີ່ຮຽນ ຕອນ ມ.ປາຍ ທຸກຄັ້ງ ທີ່ເຮົາລົມກັນ ກໍມັກລົມ ບໍ່ຢຸດບໍ່ເຊົາ ແຕ່ລາວເປັນຄົນ ທີ່ບໍ່ມັກລົມ ຂ້ອຍຂໍແທນຊື່ລາວວ່າ: ສ ເນາະ! ຂ້ອຍມັກຈະຊວນ ສ ໂອ້ລົມຢູ່ຕະຫຼອດ ເພາະ ສ ເປັນຄົນເວົ້າ ບໍ່ເກັ່ງ ຈົນເຮົາໄດ້ ໄປໃສມາໃສ ນໍາກັນຫຼາຍຂຶ້ນ ຂ້ອຍເລີຍຕັດສິນໃຈ ຖາມ ສ ວ່າ: ຮູ້ສຶກແນວໃດ ກັບຂ້ອຍ ເພາະຂ້ອຍຄົງ ຖ້າໃຫ້ ສ ເປັນຝ່າຍຖາມ ຄືຈະຍາກ ຍ້ອນລາວ ບໍ່ມັກປາກ ແລະ ເປັນຄົນເສີຍໆ ແລະ ສ ກໍຕອບວ່າ ລາວຮູ້ສຶກດີ ກັບຂ້ອຍຄືກັນ ຫຼັງຈາກນັ້ນ ເຮົາສອງຄົນ ຈຶ່ງຄົບກັນມາ ຂ້ອຍຮູ້ສຶກວ່າ ສ ເຂົ້າໃຈຂ້ອຍ ທຸກເລື່ອງ ແຕ່ການເຂົ້າໃຈ ໃນແບບຂອງ ສ ນີ້ລະ ເຮັດໃຫ້ມີບັນຫາ ດ້ວຍຄວາມເສີຍຊາ ຂອງ ສ ໃນເວລາທີ່ ຂ້ອຍມີບັນຫາ ແລ້ວໂທໄປຫາ ສ ຫຼື ປຶກສາ. ສ ກໍຈະບອກຕະຫຼອດວ່າ ຈະໃຫ້ລາວ ເຮັດແບບໃດລະ? ສ ຮັບຟັງຂ້ອຍ ທຸກເລື່ອງ ແຕ່ບໍ່ມີການສະແດງ ຄວາມຮູ້ສຶກ ຫຼື ຄວາມຄິດເຫັນ ຫຼື ຄໍາເວົ້າໃດໆ ຈາກປາກລາວເລີຍ ຈົນຂ້ອຍໄດ້ຮູ້ຈັກກັບ ລຸ້ນອ້າຍ ໃນກຸ່ມທີ່ຮຽນຢູ່ ມ.ຊ ລາວເປັນຄົນ ທີ່ອາລົມດີ ຂ້ອຍກໍມັກ ເຂົ້າໄປໂອ້ລົມ ກັບລາວ ຂ້ອຍບໍ່ໄດ້ ຄິດຫຍັງຫຼາຍ ຄິດພຽງວ່າ ລົມແລ້ວກໍ ມ່ວນດີ ຫຼັງຈາກນັ້ນລາວ ກໍມາບອກວ່າ ມັກຂ້ອຍ ເມື່ອຂ້ອຍໄດ້ຟັງຄໍານັ້ນ ຂ້ອຍກໍຕົກໃຈຢ່າງແຮງ ຫົວໃຈເຕັ້ນ ຜິດປົກກະຕິ ແຕ່ກໍບໍ່ໄດ້ ປະຕິເສດລາວເລີຍ ເພາະວ່າຕອນນັ້ນ ຂ້ອຍກໍາລັງຮູ້ສຶກ ຕ້ອງການໃຜຈັກຄົນ ທີ່ຢູ່ຂ້າງໆ ຂ້ອຍເລີ່ມ ສະນິດກັບລຸ້ນອ້າຍ ຫຼາຍຂຶ້ນ ໄດ້ໄປທ່ຽວນໍາກັນ ຫຼາຍຂຶ້ນ ແລ້ວຂ້ອຍກໍຄົບ ຜູ້ຊາຍທັງ 2 ຄົນ ໃນເວລາດຽວກັນ ເພາະຕອນນັ້ນ ຂ້ອຍຮູ້ສຶກວ່າ ຂ້ອຍເລີກກັບ ສ ຍ້ອນ ຄວາມເສີຍຊາ ຕໍ່ກັນ ແລະ ຈິດໃຈຂອງຂ້ອຍ ກໍຕ້ອງການ ໃຜຈັກຄົນ ຂ້ອຍຄົບກັບຜູ້ຊາຍ 2 ຄົນແບບນີ້ ປະມານ 3 ເດືອນ ສ່ວນ ສ ບໍ່ຮູ້ວ່າ ຂ້ອຍມີຄົນອື່ນ ແຕ່ລຸ້ນອ້າຍ ຮູ້ວ່າຂ້ອຍມີແຟນຢູ່ແລ້ວ ຍ້ອນວ່າ ເວລາທີ່ຂ້ອຍມີ ບັນຫາ ຂ້ອຍມັກຈະລົມ ສູ່ລາວຟັງ ສະເໝີ ລວມທັງເລື່ອງ ຂ້ອຍກັບ ສ ທີ່ມີບັນຫາກັນ.

ເມື່ອເວລາ ຜ່ານໄປດົນເຂົ້າ ລຸ້ນອ້າຍ ເລີ່ມຖາມວ່າ ເປັນຫຍັງຄື ຍັງບໍ່ເລີກກັບ ສ ຈັກເທື່ອ ຂ້ອຍພະຍາຍາມແກ້ບັນຫາ ໃນເລື່ອງນີ້ ແຕ່ໃນທີ່ສຸດ ກໍເຮັດໃຫ້ ຜູ້ຊາຍດີໆ ທັງສອງຄົນ ທີ່ຮັກຂ້ອຍທີ່ສຸດ ເສຍໃຈ ໃນເວລາທີ່ຂ້ອຍຫ່າງກັບ ສ ຂ້ອຍກໍໄດ້ ພະຍາຍາມ ງໍ້ລາວ ຍ້ອນວ່າ ສ ເປັນຄົນທີ່ຂ້ອຍ ໄດ້ເລືອກແລ້ວ ເຖິງບໍ່ໄດ້ເປັນ ຄົນຮັກກັນ ແຕ່ຂ້ອຍ ກໍພະຍາຍາມ ງໍ້ ຢ່າງໜ້ອຍ ໃຫ້ໄດ້ເປັນພຽງໝູ່ ກໍຍັງດີ ຕອນນັ້ນຂ້ອຍ ລໍາບາກໃຈຫຼາຍ ເພາະຂ້ອຍບໍ່ກ້າບອກ ຄວາມຈິງວ່າ ຂ້ອຍກໍາລັງຄົບຜູ້ຊາຍ ສອງຄົນ ໃຫ້ ສ ຟັງ ຈົນສຸດທ້າຍຂ້ອຍ ກໍໄດ້ຕັດສິນໃຈ ບອກຄວາມຈິງ ແລ້ວ ສ ກໍໃຫ້ໂອກາດຂ້ອຍ ໂດຍການໃຫ້ຂ້ອຍ ຕັດສິນໃຈເລືອກ ລະຫວ່າງ ສ ກັບລຸ້ນອ້າຍ ຂ້ອຍຈະເລືອກໃຜ ຂ້ອຍໄດ້ບອກກັບ ສ ວ່າ: “ ຕະຫຼອດເວລາ ຂ້ອຍຖ້າໂອກາດ ທີ່ຈະກັບໄປຄົບ ສ ແຕ່ມາມື້ນີ້ ລຸ້ນອ້າຍ ໄດ້ເຂົ້າມາເປັນສ່ວນໜຶ່ງ ໃນຊີວິດ ຂອງຂ້ອຍແລ້ວ ” ຂ້ອຍ ໄດ້ຕັດສິນໃຈ ບອກ ສ ໄປແບບນັ້ນ ຍ້ອນວ່າ ຂ້ອຍໄດ້ ຮັກລຸ້ນອ້າຍໄປແລ້ວ ລຸ້ນອ້າຍເປັນຄົນ ທີ່ຂ້ອຍເລືອກ ທີ່ຈະໃຊ້ຊີວິດຢູ່ ຮ່ວມກັນ ໄປຕະຫຼອດ ນີ້ແມ່ນຄັ້ງທໍາອິດ ທີ່ຂ້ອຍຕັດສິນໃຈ ໂດຍບໍ່ຈໍາເປັນ ຕ້ອງໃຊ້ ສະໝອງ ຫຼື ຫົວໃຈ ເລືອກ ເພາະຂ້ອຍໄດ້ ໃຊ້ທັງສອງຢ່າງນີ້ ຕັດສິນໃຈ ເລືອກຜູ້ຊາຍຄົນນີ້ ເຂົ້າມາເປັນ ອີກສ່ວນໜຶ່ງ ຂອງຊີວິດ ຂ້ອຍແລ້ວ.

ໂດຍ: ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!