Home » ຄວາມສົມດຸນລະຫວ່າງຄອບຄົວ ແລະ ວຽກງານໃຫ້ຄຽງຄູ່ກັນ

ຄວາມສົມດຸນລະຫວ່າງຄອບຄົວ ແລະ ວຽກງານໃຫ້ຄຽງຄູ່ກັນ

ໂດຍ ຄໍາສັບລາວ

ຄວາມສຳເລັດ ຂອງຄົນເຮົາ ມີຢູ່ຫຼາຍຢ່າງ ຂຶ້ນກັບການຕັ້ງເປົ້າໝາຍ ຂອງແຕ່ລະຄົນ ແຕ່ຫຼັກໆ ຄື  ການປະສົບຄວາມສຳເລັດ ທາງດ້ານວຽກງານ ແນ່ນອນ ອາດລວມທັງເລື່ອງ ການເງິນ ແລະ ການທີ່ມີຄອບຄົວຜາສຸກ. ແຕ່ຫຼາຍໆຄົນ ໄດ້ຄົ້ນພົບບໍ່ວ່າ: ບໍ່ມີສິ່ງໃດສົມບູນແບບ ໄປໝົດທຸກຢ່າງ ຫາກຕ້ອງສຸມໃສ່ເລື່ອງ ວຽກເພື່ອຄວາມກ້າວໜ້າ ທາງຖານະຕຳແໜ່ງ ກໍຈະເຮັດໃຫ້ ການປະຕິບັດໜ້າທີ່ ໃນຄອບຄົວບົກພ່ອງ ຫຼື ມົວແຕ່ໃສ່ໃຈ ກັບຄອບຄົວ ເບິ່ງແຍງລູກ ກໍອາດຈະ ບໍ່ມີເວລາເຕັມທີ່ ໃຫ້ກັບໜ້າທີ່ວຽກງານ ເວົ້າງ່າຍໆກໍຄື ໄດ້ຢ່າງ-ເສຍຢ່າງນັ້ນລະ! ມື້ນີ້ ຄຳສັບລາວ ຂໍນໍາສະເໜີ ການຮັກສາ ຄວາມສົມດຸນ ລະຫວ່າງ ຄອບຄົວ ແລະ ວຽກງານ ໃຫ້ຄຽງຄູ່ກັນໂດຍການ:

  1. ຈັດຕາຕະລາງເວລາລ່ວງໜ້າ:

ໃນໜຶ່ງປີມີ 365 ວັນ ສະນັ້ນ, ວາງແຜນໄວ້ ຕັ້ງແຕ່ຕົ້ນປີເລີຍວ່າ ໄລຍະເດືອນໃດແດ່ ທີ່ເຮົາຈະພາຄອບຄົວ ໄປທ່ຽວ ພ້ອມໜ້າພ້ອມຕາ. ຈາກນັ້ນ ເລີ່ມບໍລິຫານ ຈັດການວັນລາພັກ ໃຫ້ລົງຕົວ  ບໍ່ສົນລະວົນວຸ້ນວາຍ. ວິທີນີ້ ຈະຊ່ວຍໃຫ້ເຮົາ ຈັດການ ການວາງແຜນວຽກ ບໍ່ໃຫ້ຄ້າງ ໃນໄລຍະໄກ້ວັນ ທີ່ຈະໄປທ່ຽວ. ເວົ້າໄດ້ວ່າ ຄອບຄົວ ກໍມີຄວາມສຸກ ວຽກກໍບໍ່ສະດຸດ. ນອກຈາກນີ້ ການຈອງບ່ອນທ່ຽວ, ປີ້ຍົນໄວ້ ແຕ່ເຫິງໆຍັງໄດ້ ລາຄາຖືກລົງອີກ.

  1. ແບ່ງເວລາ

ຖືເປັນເລື່ອງສຳຄັນຫຼາຍ ສຳລັບຄົນທີ່ຈະສ້າງ ໜ້າທີ່ວຽກງານ ແລະ ສ້າງຄອບຄົວ ໄປຄຽງຄູ່ກັນ.  ທ່ານຕ້ອງມີ ຄວາມສົມດຸນ ໃຫ້ໄດ້ຄື: ເວລາເຮັດວຽກ ກໍເຕັມທີ່ກັບວຽກ ຢ່າເອົາເລື່ອງ ສ່ວນຕົວ ຫຼື ຄອບຄົວ ມາປະປົນຈົນ ບໍ່ເປັນອັນ ເຮັດວຽກເຮັດການ. ໃນຂະນະດຽວກັນ ທ່ານກໍຕ້ອງ ກໍານົດຂອບເຂດວ່າ ຈະໃຫ້ເວລາ ກັບວຽກ ດົນສຸດເທົ່າໃດ ຫຼັງຈາກນັ້ນ ເມື່ອກັບມາຮອດເຮືອນ ກໍໃຫ້ເວລາກັບ ຄອບຄົວເຕັມທີ່ ບໍ່ເອົາວຽກມາເຮັດຕໍ່ ຫຼື ບໍ່ເກັບຄວາມເຄັ່ງຄຽດ ຈາກຫ້ອງການ ມາໂຍນລົງເຮືອນ ຂອງຕົນເອງ. ຫາກການຈັດສົມດຸນ ລະຫວ່າງວຽກ ແລະ ຄອບຄົວເປັນໄປໄດ້ດີ ຄອບຄົວ ກໍຈະອົບອຸ່ນ ມີຄວາມສຸກ.

  1. ຫາກິດຈະກຳເຮັດຮ່ວມກັບຄອບຄົວ.

ການຫາກິດຈະກຳ ເຮັດຮ່ວມກັນ ກັບສະມາຊິກ ໃນຄອບຄົວ ເປັນວິທີເສີມສ້າງ ຄວາມສຳພັນ ໃຫ້ສະໜິດແໜ້ນ ຫຼາຍຍິ່ງຂຶ້ນ. ລອງຫາເວລາຫວ່າງ ສ້າງກິດຈະກໍາ ທີ່ເປັນປະໂຫຍດ ທີ່ທຸກຄົນສາມາດ ເຮັດຮ່ວມກັນໄດ້ ຮັບຮອງທັງມ່ວນ ທັງອົບອຸ່ນ.

  1. ເປັນຄົນທີ່ຊ່າງສ້າງຄວາມສຸກ

ທຸກຄົນລ້ວນແຕ່ມີບັນຫາ ໃຫ້ເຈັບເສັ້ນ ໃນເລື່ອງວຽກ ຫຼື ເລື່ອງຄອບຄົວ ບໍ່ໜ້ອຍ ກໍຫຼາຍ ແຕ່ຄວາມຈຳເປັນໜຶ່ງ ທີ່ທ່ານຕ້ອງເຮັດ ໃຫ້ໄດ້ຄື ຢ່າຈົມປັກກັບມັນ ຫາກມີຄວາມເຄັ່ງຄຽດ ເລື່ອງວຽກງານ ຈົນຄິດຫຍັງບໍ່ອອກ ກໍລອງຢຸດພັກ ເປີດເພງສະບາຍສະບາຍຟັງ, ນອນຫຼັບ ໃຫ້ສະໝອງ ໄດ້ພັກຜ່ອນ ຫຼື ມີບັນຫາ ຂັດຂ້ອງໝອງໃຈ ກັບຄອບຄົວ ກໍຮີບແກ້ໄຂ ດ້ວຍຄວາມຄິດບວກ ຢູ່ສະເໝີ. ສະຫຼຸບງ່າຍໆຄື ທ່ານຕ້ອງພະຍາຍາມ ຈັດການ, ປ່ອຍວາງ, ຊອກຫາວິທີຮັບມື ກັບບັນຫາລົບໆ ທີ່ເກີດຂຶ້ນ ໃນຕົນເອງ, ວຽກ ແລະ ຄອບຄົວຢູ່ສະເໝີ.

  1. ຈັດລຳດັບຄວາມສຳຄັນຂອງວຽກງານ ແລະ ການເຮືອນ

ທຸກຢ່າງທີ່ຜ່ານເຂົ້າມາ ໃນຊີວິດ ທ່ານຢ່າລືມໃສ່ຕົວເລກ ຄວາມສຳຄັນໃຫ້ກັບພວກມັນ ຢ່າງມີເຫດຜົນ ເລືອກໃຫ້ໄດ້ວ່າ ລະຫວ່າງງານ ຢູ່ໂຮງຮຽນລູກ ກັບ ງານລ້ຽງ ຢູ່ຫ້ອງການ ອັນໃດຕ້ອງ ໄປກ່ອນ, ລະຫວ່າງ ຫົວໜ້າໃຫ້ໄປ ກັບຄອບຄົວ ມອບໃຫ້ເຮັດ ເມື່ອທ່ານຈັດລໍາດັບ ຄວາມສໍາຄັນ ດັ່ງກ່າວນີ້ໄດ້ ທ່ານຈະເປັນຄົນໜຶ່ງ ທີ່ປະສົບຜົນສຳເລັດ ທັງດ້ານວຽກງານ ແລະ ດ້ານຄອບຄົວຢ່າງແນ່ນອນ.

ໂດຍ: ມໍລະກົດ
ຂໍ້ມູນຈາກ: www.mahason.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!