Home » ຄວາຍເຖົ້າມັກຫຍ້າອ່ອນ

ຄວາຍເຖົ້າມັກຫຍ້າອ່ອນ

ໂດຍ ຄໍາສັບລາວ

ຄວາຍເຖົ້າ ແມ່ນຄວາຍທີ່ມີອາຍຸຫຼາຍ, ກຳລັງຮ່າງກາຍລົດໜ້ອຍລົງ, ບາງໂຕແຂ້ວກໍບໍ່ດີ, ມີການເລືອກອາຫານ ເພື່ອບຳລຸງຮ່າງກາຍ, ຖ້າໄດ້ກິນຫຍ້າອ່ອນ ກໍຈະເຮັດໃຫ້ມີກຳລັງວັງຊາ. ຫຍ້າອ່ອນແມ່ນຫຍ້າທີ່ກຳລັງປົ່ງໃໝ່, ມີວິຕາມິນດີ, ມີຄວາມນຸ່ມນວນ, ເປັນອາຫານທີ່ແຊບຊ້ອຍ ໃຫ້ແກ່ສັດສາວາສິ່ງ. ຄຳໂຕງໂຕຍນີ້, ມີຄວາມໝາຍປຽບທຽບກັບຜູ້ຊາຍເຖົ້າມັກສາວສ່ຳນ້ອຍ, ເພາະສາວສ່ຳນ້ອຍຍັງມີຮ່າງກາຍທີ່ສົມບູນ, ງົດງາມ ເຮັດໃຫ້ຜູ້ເຖົ້າຫຼົງໄຫຼໄຝ່ຝັນ ຢາກຈະໄດ້ມາເປັນຄູ່ນອນ.

(ສີລາ, 2000:3)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!