Home » ຂໍຄວາມຊ່ວຍເຫຼືອ

ຂໍຄວາມຊ່ວຍເຫຼືອ

ໂດຍ ຄໍາສັບລາວ

ຊາຍຄົນໜຶ່ງ ເຄື່ອນຄີງຫຍັບເຂົ້າໄປໃກ້ໆສາວງາມຍ້ອຍ ຢູ່ຮ້ານສັບພະສິນຄ້າຫຼັງໃຫຍ່.

“ ຍານາງ… ຄືຈັ່ງຊີ້… ຂ້ອຍຊອກຫາເມຍຂ້ອຍ ບໍ່ເຫັນໃນຮ້ານນີ້ຫັ້ນລະ. ຍານາງ ພໍຊິລົມກັບຂ້ອຍ ຈັກສອງສາມ ນາທີ ໄດ້ບໍນໍ ? ”

“ ເປັນຫຍັງຈຶ່ງລົມ ? ” ຍິງຄົນງາມຖາມ

“ ເພາະວ່າ ທຸກຄັ້ງເມື່ອຂ້ອຍລົມກັບສາວງາມໆ ເມຍຂ້ອຍມັກຈະໂປໂລໜ້າ ອອກມາຈາກທຸກບ່ອນໂລດ. ” ຝ່າຍຊາຍຕອບ.

ຫົວບໍ່ອັ້ນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!