Home » ຂ້າມເໜືອເພື່ອຕົກໃຕ້

ຂ້າມເໜືອເພື່ອຕົກໃຕ້

ໂດຍ ຄໍາສັບລາວ

ການຂ້າມເໜຶອ ແມ່ນຕ້ອງມີການເພື່ອໄວ້ ຍ້ອນວ່ານ້ຳໄຫຼແຕ່ເໜືອເຖິງໃຕ້, ຖ້າຂ້າມໃນໄລຍະທາງ ທີ່ຊື່ເລີຍ ກໍຈະຕົກລົງໄປກາຍບ່ອນທີ່ຕ້ອງການ. ເພາະສະນັ້ນ ກ່ອນຈະຂ້າມ ຕ້ອງຂີ່ຂຶ້ນໄປທາງເໜືອອີກ ເພື່ອໃຫ້ມັນພໍດີ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງປຽບວ່າ ການກະທຳສິ່ງໃດ ຕ້ອງມີການວາງແຜນໄວ້ລ່ວງໜ້າ ຢ່າງຮອບຄອບ, ຮູ້ຄິດໄລ່ກະຕວງ, ຄາດຄະເນ ເພື່ອໄວ້ ແລະ ຕ້ອງມີການແຮໄວ້ ເພາະບໍ່ຮູ້ວ່າ ໃນອະນາຄົດຈະມີຫຍັງເກີດຂຶ້ນກັບຕົວເອງ ເມື່ອກະກຽມພ້ອມແລ້ວ ກໍໝັ້ນໃຈ ໃນການດຳລົງຊີວິດ. (ຄຳຜຸຍ ໂພທິສານ:17)

(ຫຸມພັນ, 2007:5)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!