Home » ຂົ່ມເຂົາງົວເຂົາຄວາຍໃຫ້ກິນຫຍ້າ

ຂົ່ມເຂົາງົວເຂົາຄວາຍໃຫ້ກິນຫຍ້າ

ໂດຍ ຄໍາສັບລາວ

ງົວຄວາຍແມ່ນສັດລ້ຽງໃນຄອບຄົວ ເພື່ອໃຊ້ເປັນແຮງງານລາກແກ່ ແລະ ໃຊ້ເປັນອາຫານ, ມັນກິນຫຍ້າເປັນອາຫານ ຕາມທຳມະຊາດຂອງມັນຢູ່ແລ້ວ ບໍ່ຈຳເປັນຕ້ອງໄປຂົ່ມເຂົາມັນກໍໄດ້ ຖ້າມັນຢາກຈະກິນເອງ ແຕ່ຖ້າມັນບໍ່ຢາກ ຊິຂົ່ມເທົ່າໃດມັນກໍບໍ່ກິນ ມີແຕ່ຈະເຂົາຫັກລ້າໆ ຄືກັບຄຳໂຕງໂຕຍໜຶ່ງອີກທີ່ວ່າ “ຄວາຍບໍ່ກິນຫຍ້າແສນຊິຂົ່ມກໍເຂົາຫັກ”.

ຄຳໂຕງໂຕຍນີ້ ມີຄວາມໝາຍປຽບໃສ່ຄົນເຮົາໃນສັງຄົມ ທີ່ບີບບັງຄັບກັນເຮັດໃນສິ່ງທີ່ບໍ່ມັກ, ເຖິງແມ່ນວ່າຈະເຮັດຕາມ ກໍເຮັດດ້ວຍຄວາມບໍ່ເຕັມໃຈ ເໝືອນພໍ່ແມ່ບີບບັງຄັບໃຫ້ລູກແຕ່ງງານ ກັບຄົນທີ່ບໍ່ມັກ ກໍເປັນການບີບບັງຄັບໃຫ້ລູກ ມີຄວາມທຸກທາງຈິດໃຈ, ເຖິງຈະແຕ່ງໄປກໍເພື່ອເອົາໃຈພໍ່ແມ່ເທົ່ານັ້ນ ແຕ່ໃຈເຂົາທຸກທໍລະມານ, ບາງກໍລະນີ ອາດຈະເຮັດໃຫ້ລູກລັກໜີ ຫຼື ທຳລາຍຕົວເອງກໍມີ.

(ທອງມີ, 2007:164)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!