Home » ຂົນໜ້າແຄ່ງບໍ່ຫຼົ່ນ

ຂົນໜ້າແຄ່ງບໍ່ຫຼົ່ນ

ໂດຍ ຄໍາສັບລາວ

ຂົນໜ້າແຄ່ງ ແມ່ນຂົນທີ່ເກີດຕາມແຄ່ງຂອງຄົນເຮົາ, ມັນບໍ່ຫຼົ່ນງ່າຍໆ ເຖິງແມ່ນຈະຖືກ ຮຸກຖູແຮງກໍຕາມ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ປຽບທຽບກັບ ຄົນຮັ່ງມີ ທີ່ຈ່າຍເງິນ ເຖິງວ່າຈະເປັນ ຈຳນວນຫຼາຍ ແຕ່ເບິ່ງເໝືອນ ເປັນຈຳນວນເລັກນ້ອຍ ບໍ່ສະເທືອນຫຍັງເລີຍ ຫຼື ໃຊ້ເວົ້າເຖິງ ຄົນທີ່ມີຄວາມຮູ້ຄວາມສາມາດສູງ ເຮັດວຽກງ່າຍ, ບໍ່ຍາກ ລຳບາກຫຼາຍທັງແລ້ວ ຫຼື ສຳເລັດໄດ້ໄວ. ອີກໃນໜຶ່ງ ອາດໝາຍເຖິງ ຄວາມບໍ່ສະທ້ານສະເທືອນ ບໍ່ມີຄວາມຫວັ່ນໄຫວ ຢ້ານກົວ ຕໍ່ເຫດການ ທີ່ເກີດຂຶ້ນ ເຖິງຈະມີ ບັນຫານ້ອຍໃຫຍ່ ພຽງໃດກໍຕາມ.

(ທອງມີ, 2007:164)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!