Home » ຂຸດດ້ວຍປາກ ຖາກດ້ວຍຕາ

ຂຸດດ້ວຍປາກ ຖາກດ້ວຍຕາ

ໂດຍ ຄໍາສັບລາວ

ປາກ ແມ່ນໃຊ້ໄວ້ເວົ້າ ຫຼື ສື່ສານກັນໃນສັງຄົມ ບາງຄັ້ງ ຄຳເວົ້າ ເປັນສິ່ງທີ່ສຳຄັນໃນການ ສອບຖາມຫາເຫດຜົນ ຫຼື ຄວາມເປັນຈິງ ເຊິ່ງປຽບເໝືອນການຂຸດ ຄົ້ນຫາຄວາມຈິງ; ຕາ ແມ່ນອະໄວຍະວະ ທີ່ໃຊ້ໃນການແນມເບິ່ງ ສິ່ງຕ່າງໆ ເຊິ່ງເປັນສິ່ງສຳຄັນ ໃນການຄົ້ນຫາ ແນມຫາຄວາມຈິງ, ບາງຄັ້ງສາຍຕາກໍ ປຽບເໝືອນພ້າ ຫຼື ຂວານ ທີ່ໄປຖາກຖາງ ຫາຄວາມຈິງ ຫຼື ແນມ ດ້ວຍຄວາມບໍ່ພໍໃຈ ເຮັດໃຫ້ຜູ້ທີ່ຖືກແນມ ມີຄວາມບໍ່ພໍໃຈ.

(ທອງມີ, 2007:165)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!