Home » ກ້າຫຼາຍມັກບິ່ນ

ກ້າຫຼາຍມັກບິ່ນ

ໂດຍ ຄໍາສັບລາວ

ກ້າຢູ່ບ່ອນນີ້ ໝາຍເຖິງ ການຕີພ້າຕີມີດ, ເວົ້າເຖິງການຊຸບຫຼໍ່ ເມື່ອເອົາພ້າມີດເຜົາໄຟ ໃຫ້ແດງແລ້ວ ເພີ່ນຈະເອົາຈຸ່ມລົງນ້ຳໃຊ້ເວລາໜ້ອຍຫຼາຍ ພຽງໃດຜູ້ເປັນຊ່າງຈະຮູ້ເອງ. ຖ້າຫາກກ້າຫຼາຍ ຫຼື ແຂງຫຼາຍເວລາຟັນ ມັນຈະບ່ານ ຫຼື ບິ່ນໄວ. ຄຳໂຕງໂຕຍນີ້ ປຽບດັ່ງກັບຄົນ ທີ່ກະທຳໃນສິ່ງໃດສິ່ງໜຶ່ງ ທີ່ສ່ຽງເກີນໄປ ໂດຍບໍ່ຄິດໃຫ້ຮອບຄອບ ກໍອາດຈະເກີດອັນຕະລາຍ ເຊັ່ນ: ການກະໂດດລົງນ້ຳເລິກ ໂດຍບໍ່ຄິດເຫັນວ່າ ຢູ່ໃນພື້ນນ້ຳຈະມີຫຍັງແດ່, ບາງເທື່ອອາດຈະມີຕໍໄມ້ແຫຼມ ກໍອາດຈະສຽບໄດ້. ດັ່ງນັ້ນ, ຖ້າກະທຳສິ່ງໃດບໍ່ມີຄວາມລະວັງ ເຮັດບໍ່ຖືກກາລະເທສະ ບໍ່ເຮັດຕາມຄວາມເໝາະສົມແລ້ວ ກໍຈະເກີດຜົນຮ້າຍ ມາສູ່ຕົນເອງໄດ້.

(ທອງມີ, 2007:162)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!