Home » ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ

ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ

ໂດຍ ຄໍາສັບລາວ

ການກະທຳສິ່ງໃດບໍ່ຮູ້ຈັກປະມານ ບໍ່ຮູ້ຈັກຄວາມພໍດີ ອາດໄດ້ຮັບອັນຕະລາຍ ຄືຄົນທີ່ກິນຫຼາຍໆ ບໍ່ຮູ້ປະມານ ອາດຈະເຈັບທ້ອງໄດ້ ຫຼື ຄົນທີ່ບໍ່ຮູ້ຈັກກຳລັງ ຄວາມສາມາດຂອງຕົນເອງ ຮັບວຽກຫຼວງຫຼາຍເກີນໄປ ກໍຈະເຮັດໃຫ້ຕົນເອງ ຖືກບັງຄັບດ້ວຍວຽກ ເຮັດໃຫ້ເປັນໂລກເສັ້ນປະສາດ ເພາະເມື່ອຍຫຼາຍ ເຮັດຫຍັງກໍບໍ່ສຳເລັດ. ອັນນີ້, ເປັນການສອນໃຫ້ຮູ້ວ່າ ການກະທຳສິ່ງໃດ ໃຫ້ພໍດີ ຈະເຮັດໃຫ້ຄົນເຮົາ ບໍ່ແພ້ຕົນເອງ, ຄວນເຮັດແຕ່ພໍດີພໍງາມ.

(ຫຸມພັນ, 2007:2)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!