Home » ການໃຊ້ ຈຸດ ຫຼື ຈ້ຳ ໝາຍຊຸມ ຈຳນວນ ທີ່ຂຽນເປັນຕົວເລກ ໃນພາສາລາວ

ການໃຊ້ ຈຸດ ຫຼື ຈ້ຳ ໝາຍຊຸມ ຈຳນວນ ທີ່ຂຽນເປັນຕົວເລກ ໃນພາສາລາວ

ໂດຍ ຄໍາສັບລາວ

ຄຳທີ່ຜູ້ອ່ານ ທ່ານໜຶ່ງ ຖາມມາໃນເລື່ອງ ຄື: ການນັບຕົວເລກ ເສດ ຂອງຫົວໜ່ວຍ 0, 10, 100, 1000… ສຳລັບລາວເຮົາ ປະຈຸບັນ ໃຊ້ຈຸດ ຫຼື ຈ້ຳເມັດ ຢ່າງເປັນທາງການ? ຕົວຢ່າງ: 201,1 ລ້ານກີບ ກັບ 201.1 ລ້ານກີບ (ສອງຮ້ອຍໜຶ່ງລ້ານໜຶ່ງແສນກີບ) ອັນໃດຖືກ ອັນໃດຜິດ, 2.000.000 ກີບ ກັບ 2,000,000 ກີບ (ສອງລ້ານກີບ) ອັນໃດຖືກ ອັນໃດຜິດ?

ຕາມການສຶກສາ ຫຼັກການຂຽນ ຈຳນວນເຕັມ ແລະ ຈຳນວນ ທີ່ມີ ຕົວເລກເສດ ໃນພາສາລາວ ໄດ້ພົບວ່າ ຈຸດ ແລະ ຈ້ຳ ລ້ວນແຕ່ ຖືກນຳມາໃຊ້ ແຕ່ຫຼັກ ທີ່ກຳນົດ ສຳລັບໃຊ້ ແລະ ຈຸດປະສົງ ຂອງການໃຊ້ ແມ່ນໃຫ້ຕ່າງກັນຄື: ຈຸດປະສົງ ຂອງການໃຊ້ ຈ້ຳເມັດ ແມ່ນເພື່ອຂັ້ນຈຳນວນ ທີ່ເປັນຫົວພັນ ໂດຍນັບຈາກຕົວທ້າຍ ດ້ານຂວາ ກັບສູ່ ດ້ານຊ້າຍ ສາມຕົວ ໃຫ້ໃຊ້ ຈ້ຳເມັດໜຶ່ງ ເພື່ອສະດວກໃນການ ເບິ່ງ ຫຼື ອ່ານ. ຕົວຢ່າງ: 2.000.000 (ສອງລ້ານ); 2.122.340 ກີບ (ສອງລ້ານໜຶ່ງແສນສອງໝື່ນສອງພັນສາມຮ້ອຍສີ່ສິບກີບ). ສຳລັບ ຈຳນວນ ທີ່ໜ້ອຍຫຼຸດພັນລົງມາ ບໍ່ໃຊ້ ຈ້ຳເມັດ ຫຼື ຈຸດຂັ້ນ, ຕົວຢ່າງ: 900 ກີບ ບໍ່ຄວນຂຽນ 900.00 ກີບ ຫຼື 900,00 ກີບ.

ຈຸດປະສົງ ຂອງການໃຊ້ ຈຸດ ແມ່ນເພື່ອໃຊ້ຂຽນຫຍໍ້ ໃນຕົວເລກ ມີສ່ວນເສດທີ່ຍາວ. ການຂຽນຫຍໍ້ນີ້ ກໍເພາະ ບໍ່ຢາກຂຽນເລກ ທີ່ມີຈຳນວນຫຼາຍ ທຸກຕົວຈົນຄົບ, ຈະຫຍໍ້ເອົາ ແຕ່ສ່ວນ ທີ່ເປັນຕົວຫຼັກ ກັບສ່ວນ ທີ່ເປັນເສດ ຕົວໃດໜຶ່ງ ກໍລະນີ ຫາກມີສ່ວນຫຼາຍຕົວ, ແລ້ວຂຽນຄຳອ່ານ ຫົວຫຼັກ ເປັນໜັງສືໃສ່ຖັດມາ. ຕົວຢ່າງ: 2,1 ລ້ານໂຕນ ອ່ານວ່າ: (ສອງຈຸດໜຶ່ງລ້ານໂຕນ) ໃນນີ້ ຄຳວ່າ “ຈຸດ” ກໍຕ້ອງນຳມາເວົ້າ ຫຼື ອ່ານນຳ. ກໍລະນີນີ້ ຫາກຂຽນວ່າ: 2.1 ລ້ານໂຕນ ໃນເວລາເວົ້າຈະວ່າ: ສອງຈ້ຳໜຶ່ງລ້ານໂຕນ ກໍບໍ່ເຄີຍມີ ຜູ້ອ່ານ ແນວນີ້ຈັກເທື່ອ. ສະນັ້ນ ການອ່ານ ຫຼື ເວົ້າ ເມື່ອໃຊ້ຄຳວ່າ: ຈຸດ ເວລາຂຽນ ກໍໃຫ້ໃຊ້ຈຸດ ບໍ່ແມ່ນໃຊ້ ຈ້ຳ. ໂດຍສະເພາະແມ່ນ ການຂຽນຈຳນວນເງິນ ເຄີຍປະກົດເຫັນ ມີຜູ້ຂຽນເຮັດຕາມແບບ ຫຼັກໄວຍາກອນ ຂອງພາສາເພີ່ນ, ໃນພາສາອັງກິດ ຫຼື ໄທ ແລະ ອີກບາງພາສາ ເພີ່ນໃຊ້ເລກສູນ ສອງຕົວຂຽນໄວ້ ຫຼັງຈ້ຳເມັດ ໃນສ່ວນທ້າຍສຸດນັ້ນ ກໍບໍ່ແມ່ນ ເພີ່ນໃຊ້ໄວ້ລ້າໆ ຫຼື ໄວ້ໃຫ້ມັນງາມຫຍັງ ການໃຊ້ກໍເພື່ອ ບອກຈຳນວນ ສ່ວນເສດ ຂອງຫົວໜ່ວຍ ທີ່ຫຼຸດຮ້ອຍລົງມາ ຄື: ອັງກິດ ແມ່ນ ເຊັນ (cent) ໃນພາສາໄທ ແມ່ນ ສະຕາງ, ລາວເຮົາ ບໍ່ເຫັນໃຊ້ເງິນ ອັດ ຫຼື ບີ້ ທີ່ເປັນ ຫົວໜ່ວຍ ນ້ອຍຫຼຸດ ກີບ ສະນັ້ນ ຈິ່ງບໍ່ຈຳເປັນ ຈະຂຽນ ສູນສອງຕົວ ໄວ້ຫຼັງຈ້ຳເມັດ ໃນສ່ວນທ້າຍ, ຫາກຂຽນໃສ່ ແຕ່ບໍ່ມີແນວບອກ ເພື່ອຫຍັງ ມັນກໍເປັນ ການຂຽນທີ່ ເຫຼືອລ້າ.

ໃນກໍລະນີ ຂຽນເລກ ຈົນຄົບທຸກຕົວ ແລ້ວໃຊ້ຈຸດ ເປັນຕົວຂັ້ນກຸ່ມ ຕົວຢ່າງ: 2,000,000 ກີບ ຫຼື 2,136,480 ກີບ ກໍເປັນການ ບໍ່ຖືກຕ້ອງເຊັ່ນກັນ ເພາະວ່າ

ໜຶ່ງ: ສຳລັບ ຈຸດ ໃຫ້ໃຊ້ ໃນກໍລະນີ ຕ້ອງຂຽນຫຍໍ້ ຕົວຫຼັກ ກັບສ່ວນເສດໃດໜຶ່ງ (ກໍລະນີ ຫາກມີສ່ວນເສດ; ຫາກເປັນຈຳນວນເຕັມ ແມ່ນບໍ່ໃຊ້ຈຸດ).

ສອງ: ເມື່ອຂຽນ ຈຸດ ເວລາອ່ານ ກໍຄວນອ່ານ ຕາມຫຼັກທີ່ກຳນົດ. ຖ້າຂຽນ 2,000,000 ກີບ ດັ່ງນີ້ ກໍຈະອ່ານວ່າ: (ສອງຈຸດສູນ ສູນ ສູນຈຸດສູນສູນສູນ ກີບ).

ປະຈຸບັນ ໃນພາສາລາວ ຫຼັກການຂຽນ ດັ່ງກ່າວນີ້ ບໍ່ໄດ້ມີການປ່ຽນແປງ, ຫາກເຫັນມີ ການປ່ຽນແປງ ທີ່ພົບໃນການຂຽນນັ້ນ ຖືເປັນການໃຊ້ພາສາ ຂອງ ສ່ວນບຸກຄົນ ແລະ ສ່ວນບຸກຄົນນັ້ນ ອາດກຳຫຼັກນີ້ ບໍ່ໄດ້ ຫຼື ອາດເປັນການ ແຊກແຊງ ຈາກຫຼັກການຂຽນ ຂອງ ພາສາອື່ນ ເຂົ້າມາເຖິງ. ຫຼັກສຳຄັນ ຂອງການຂຽນ ໃນພາສາລາວນັ້ນ ແມ່ນຂຽນຕາມສຽງ ຂອງພາສາລາວ, ບໍ່ໃຫ້ມີຕົວທີ່ເຫຼືອ ໃນຄຳ, ການອ່ານ ກໍອ່ານຕາມທີ່ຂຽນ ບໍ່ແມ່ນການຂຽນແນວໜຶ່ງ ແຕ່ອ່ານແນວໜຶ່ງ ຫຼື ອ່ານບາງຕົວຖິ້ມບາງຕົວ ຕາມແບບອາໄສ ຄວາມຈື່ເອົາ. ແອ້ມໆ ກັບສິ່ງທີ່ຖາມມາ ກໍຍັງເຫັນມີການ ນຳເອົາຫຼັກການຂຽນ ຂອງ ພາສາອື່ນ ເຂົ້າມາແຊກແຊງ ໃນເລື່ອງການຂຽນ ຕົວເລກ ນີ້ເຊັ່ນກັນ ຕົວຢ່າງ: ຕ້ອງການພະນັກງານ 02 ຕຳແໜ່ງ… ໃນນີ້ເລກ 0 ດ້ານໜ້ານັ້ນ ພົບວ່າ ບໍ່ມີຄວາມຈຳເປັນອັນໃດ ເພາະຜູ້ອ່ານບໍ່ຮູ້ວ່າ ຈຳນວນທີ່ຕ້ອງການນັ້ນ ເປັນຫົວສິບ, ຫົວຮ້ອຍ ຫຼື ຫົວພັນ ແລະ ຄຳວ່າ: ຕຳແໜ່ງໃນນີ້ ພາສາລາວ ໝາຍເຖິງ “ທີ່ກຳນົດຢູ່” ບໍ່ໝາຍເຖິງຄົນ, ສະນັ້ນ ໃນນີ້ມີທັງ ອັນເຫຼືອ ມີທັງອັນ ບໍ່ສອດຄ່ອງ. ຫາກຂຽນວ່າ: ຕ້ອງການ ພະນັກງານ 2 ຄົນ ເພື່ອປະກອບໃນວຽກ… ຄົງເຂົ້າຄວາມລາວກວ່າ.

ຮັກພາສາຂອງເຮົາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!