Home » ການໃຊ້ຊີວິດຄູ່ຮ່ວມກັນຢ່າງມີຄວາມສຸກ

ການໃຊ້ຊີວິດຄູ່ຮ່ວມກັນຢ່າງມີຄວາມສຸກ

ໂດຍ ຄໍາສັບລາວ

ສັງຄົມປັດຈຸບັນ ຄູ່ຮັກບາງຄູ່ກໍຢູ່ນໍາກັນກ່ອນແຕ່ງດອງ ແຕ່ອີກບາງຄູ່ແຕ່ງດອງແລ້ວຈຶ່ງຢູ່ຮ່ວມກັນ ຄູ່ທີ່ເຄີຍຢູ່ຮ່ວມກັນກ່ອນແຕ່ງດອງ ເມື່ອແຕ່ງດອງແລ້ວກໍອາດເວົ້າໄດ້ວ່າຊີວິດຄູ່ບໍ່ໄດ້ມີຫຍັງປ່ຽນແປງຫຼາຍ ແຕ່ຄູ່ທີ່ບໍ່ເຄີຍຢູ່ຮ່ວມກັນມາກ່ອນ ກໍອາດຈະຕ້ອງໄດ້ປັບໂຕ ໃນການໃຊ້ຊີວິດຄູ່ ເພື່ອຄູ່ຊີວິດຂອງຕົນຍືນຍາວ ດັ່ງນັ້ນ ພວກເຮົາ ຄຳສັບລາວ ຈະໄດ້ນໍາເອົາ 5 ແນວທາງ ໃນການໃຊ້ຊີວິດຄູ່ ຮ່ວມກັນ ຢ່າງມີຄວາມສຸກຄື:

  1. ຄວາມຊື່ສັດຕໍ່ກັນ: ການສ້າງຄວາມສະບາຍໃຈ ໃຫ້ທັງສອງຝ່າຍ ແນ່ນອນວ່າ ຄວາມຊື່ສັດ ມັນລວມທຸກເລື່ອງ ໃນຊີວິດຄູ່ ຫ້າມຕົວະ ເຖິງວ່າຈະຕົວະ ແບບຈັບໄດ້ ຫຼື ຕົວະແບບ ຈັບບໍ່ໄດ້ ກໍຕາມ ພໍເມື່ອຮູ້ເລື່ອງຕາມຫຼັງ ມາວ່າຕົວະກັນ ຄວາມໄວ້ໃຈ ເຊື່ອໃຈຂອງອີກຝ່າຍ ຕິດລົບແນ່ນອນ ແລ້ວມັນກໍໃຊ້ເວລາດົນ ໃນການຈະກູ້ຄວາມເຊື່ອໃຈ ນັ້ນກັບຄືນມາ ດັ່ງນັ້ນ ຊີວິດຄູ່ຕ້ອງມີຄວາມຊື່ສັດ ຕໍ່ກັນ ສ້າງຄວາມສະບາຍໃຈ ໃຫ້ກັນ ແລະ ກັນ ເອົາໃຈໃສກັນ ພຽງເທົ່ານີ້ ຄູ່ຜົວເມຍ ກໍຈະມີຄວມສຸກໄດ້.

  2. ຄວນເປີດໃຈໃສ່ກັນ: ເວົ້າທຸກຢ່າງ ຮັບຟັງທຸກເລື່ອງ ການທີ່ເຮົາແຕ່ງດອງ ກັບໃຜຈັກຄົນ ກໍຍ້ອນຄົນໆນັ້ນ ເປັນຄົນທີພິເສດ ກວ່າທຸກຄົນ ຂອງເຮົາ ລົມກັນໄດ້ທຸກເລື່ອງ ຮັບຟັງທຸກເລື່ອງ ຂອງກັນ ເພາະເລື່ອງນີ້ ເປັນເລື່ອງສໍາຄັນ ອີກຢ່າງໜຶ່ງ ໃນການໃຊ້ຊີວິດຄູ່.

  3. ການໃສ່ໃຈ ເຊິ່ງກັນ ແລະ ກັນ: ປຶກສາຫາລືຊ່ວຍເຫຼືອ ກັັນແກ້ໄຂບັນຫາ ອຸປະສັກ ເມື່ອອີກຝ່າຍ ມີບັນຫາມາ ບໍ່ຄວນຕໍານິ ແຕ່ຄວນປ່ຽນ ເປັນການແນະນໍາ ຊ່ວຍຄິດ ແລະ ຊ່ວຍແກ້ໄຂບັນຫາ ທີ່ເກີດຂຶ້ນ ຕອນນີ້ເຮົາ ມີຊີວິດຄູ່ແລ້ວ ຄວນຮ່ວມມືກັນ ແກ້ບັນຫາ ນີ້ເປັນອີກວິທີໜຶ່ງ ທີ່ເຮັດໃຫ້ການ ໃຊ້ຊີວິດຄູ່ ຢູ່ຮ່ວມກັນຢ່າງ ມີຄວາມສຸກ.

  4. ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ: ທຸກຄົນມີໜ້າທີ່ມີ ຄວາມຮັບຜິດຊອບ ເມື່ອກັບເຂົ້າ ມາໃນເຮືອນກໍ ມີວຽກເຮືອນ ແນ່ນອນວ່າ ຖ້າຄູ່ຜົວເມຍ ໃດບໍ່ມີຜູ້ຊ່ວຍວຽກວຽກເຮືອນທັງໝົດ ກໍຈະເປັນຂອງທັງ ສອງຄົນ ທີ່ຕ້ອງຊ່ວຍ ເຫຼືອກັນ ການຊ່ວຍເຫຼືອກັນ ບໍ່ແມ່ນແຕ່ ສະເພາະວຽກເຮືອນ ເທົ່ານັ້ນ ຖ້າມີກິດຈະກໍາອື່ນໆ ພາຍໃນເຮືອນ ກໍຄວນຈັບ ຊ່ວຍເຫຼືອກັນ ເຊັ່ນ: ປູກດອກໄມ້, ແປງກ໊ອກນໍ້າ ແລະ ອື່ນໆ…

  5. ຄວນປະຢັດ, ອົດອອມ ແລະ ວາງແຜນການເງິນ: ເປັນສິ່ງທີ່ສໍາຄັນ ຫຼາຍໃນຊີວິດຄູ່ ຈະໃຊ້ ຈະຈ່າຍຫຍັງ ກໍບໍ່ໄດ້ໃຊ້ຕາມໃຈ ຄື ແຕ່ເປັນ ໂສດແລ້ວ ຄວນມີ ການວາງແຜນ ການເງິນ ໃຫ້ລະອຽດ ຊຶ່ງແຜນການເງິນ ຂອງຊີວິດຄູ່ ເປັນສິ່ງສໍາຄັນ ທີ່ສຸດ ທີ່ຈະເຮັດໃຫ້ ຊີວິດຄູ່ ດໍາເນີນຕໍ່ໄປ ໄດ້ຢ່າງມີຄວາມສຸກ. ເພື່ອຄວາມໝັ້ນຄົງ ແລະ ບໍ່ປະໝາດ ໃນການໃຊ້ຊີວິດ ຄວນບໍລິຫານ ເງິນ ເຊັ່ນ: ເວລາ ເງິນເດືອນອອກມາ ທ້ອນໄວ້ 15%, ຈ່າຍໜີ້ 30%, ໃຊ້ສ່ວນຕົວ 15%, ງານສັງຄົມທອງທ່ຽວບັນເທີງ 10%, ໃຊ້ຄອບຄົວ 30%.

https://www.sanook.com
ຄັດໂດຍ: ພອຍໄພລິນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!