618
ຄຳວ່າ ຟຸ່ມເຟືອຍ ໃນກໍລະນີໃດໆ ກໍມີຄວາມໝາຍ ກ່ຽວກັບ ການໃຊ້ຢ່າງເຫຼືອ, ເກີນຄວາມຈຳເປັນ ທີ່ສົມຄວນໃຊ້. ການໃຊ້ຄຳ ເພື່ອເວົ້າ ຫຼື ຂຽນ ກໍມີປະກົດການນີ້ເຊັ່ນກັນ; ໃນນີ້ ຫາກເບິ່ງຈາກແງ່ໜຶ່ງ ກໍຈະເຫັນວ່າ ການໃຊ້ຄຳ ຟຸ່ມເຟືອຍ ຍັງໝາຍເຖິງ ການໃຊ້ຄຳດ້ວຍ ຈຳນວນຫຼາຍ ແຕ່ໄດ້ເນື້ອຄວາມໜ້ອຍ ຫຼື ເນື້ອຄວາມ ແນວຢາກເວົ້າເຖິງນັ້ນມີໜ້ອຍ ແຕ່ໃຊ້ຫຼາຍໆຄຳນັບ ທັງຕົວທີ່ກ່ຽວຂ້ອງ ແລະ ບໍ່ກ່ຽວຂ້ອງນຳມາໃຊ້.
ການຮູ້ຕໍ່ ຄວາມຟຸ່ມເຟືອຍ ໃນການໃຊ້ຄຳນັ້ນ ມີຢູ່ 2 ທາງຄື:
-
ທາງຈິດຕະສາດແຫ່ງຄວາມຮູ້ສຶກ.
-
ທາງຄວາມຮູ້ແຫ່ງພາສາສາດ.
ໃນທາງຈິດຕະສາດນັ້ນ ຜູ້ທີ່ສຶກສາຈາກ ການໃຊ້ຄຳ ຟຸ່ມເຟືອຍ ໄດ້ແກ່ຜູ້ຟັງ ເພາະໃນ ຂະບວນການຟັງ ກໍມີການວິເຄາະຄວາມໝາຍ ຂອງຄຳຮ່ວມໄປນຳ. ສ່ວນຜູ້ເວົ້າເອງ ກໍຍາກທີ່ຈະຮູ້ຈັກວ່າ ຕົນໃຊ້ພາສາຟຸ່ມເຟືອຍ ຍ້ອນວ່າ ເວລາເວົ້າ ພາລະຕົ້ນຕໍ ແມ່ນການຈັດຫາ ຄຳມາສະແດງຄວາມຄິດ ແລະ ສັ່ງການ ໃຫ້ອອກສຽງເວົ້າເປັນສຳຄັນ. ການຮູ້ສຶກຂອງ ຜູ້ຟັງ ຈາກການໃຊ້ ພາສາຟຸ່ມເຟືອຍ ທີ່ຕໍ່ເນື່ອງດົນໆ ອາການທີ່ມາກ່ອນ ໄດ້ແກ່ ການເກີດອຶດອັດໃຈ ລຳຄານຫູ ບໍ່ຢາກຟັງ; ຂັ້ນຕອນຕໍ່ໄປ ກໍເກີດອາການເມື່ອຍ ແລະ ໜ້າຕາໂຊບເຊົາ ຫາກຍັງທົນຟັງຢູ່ຕໍ່ໄປ ກໍຟັງເພາະການຄຸມ, ເພາະຈຳເປັນ ແລະ ເພື່ອມາລະຍາດເທົ່ານັ້ນ.
ໃນທາງພາສາສາດ ສາມາດຮູ້ ອາການຟຸ່ມເຟືອຍ ໃນການໃຊ້ ພາສາ ໄດ້ຄື:
-
ໃຊ້ຄຳເກົ່າຫຼາຍເທື່ອ ເວົ້າໃນສິ່ງດຽວ.
-
ໃຊ້ຄຳທີ່ມີ ຄວາມໝາຍ ໃກ້ກັນ ຈົນໝົດທຸກໆຄຳມາເວົ້າ ໃນສິ່ງດຽວ ຕົວຢ່າງ: ໃຫ້ໂອລົມສົນທະນາປຶກສາຫາລືກັນ ແລະ ພິຈາລະນາໃຫ້ຖີ່ຖ້ວນ ໃຫ້ລະອຽດຮອບຄອບຄັກແນ່ ເບິ່ງໃຫ້ດີໆຈິ່ງຄ່ອຍ ຕັດສິນໃຈ… ໃນປະໂຫຍກນີ້ ໃຊ້ຄຳຟຸ່ມເຟືອຍຫຼາຍ ຫາກໃນການເວົ້າ ໃຊ້ປະໂຫຍກ ແບບນີ້ຕະຫຼອດ ກໍຈະທະວີ ຄວາມຟຸ່ມເຟືອຍຂຶ້ນ.
-
ໃຊ້ຄຳທີ່ບໍ່ກົງຄວາມໝາຍ. ດັ່ງປະໂຫຍກໃນຕົວຢ່າງ ຂ້າງເທິງນີ້ ຫາກຢາກໃຫ້ພິຈາລະນາ ກໍໃຊ້ຄຳດຽວ ຕົວທີ່ກ່ຽວຂ້ອງສະເພາະເທົ່ານັ້ນ ບໍ່ຄວນເອົາຄຳອື່ນ ທີ່ມີຄວາມໝາຍນອກຈາກ ທີ່ຢາກໃຫ້ພິຈາລະນານັ້ນມາໃຊ້.
-
ເພາະຄວາມຮູ້ຄຳ ຕົວທີ່ມີຄວາມໝາຍເໝາະເຈາະ ສຳລັບສິ່ງນັ້ນໆບໍ່ມີ ຕົວຢ່າງ: ອາການປາດດ້ານໜຶ່ງ ຕາມລວງຍາວຂອງສິ່ງເປັນລຳຕົວອ່ອນ ດ້ວຍແນວຄົມ ແລະ ແຫຼມ ໃນພາສາລາວ ມີຄຳສະເພາະ ເອີ້ນວ່າ: ແລ່ ເຊັ່ນ: ແລ່ໄສ່, ແລ່ປາ… ແຕ່ຜູ້ທີ່ບໍ່ຮູ້ ຄຳວ່າ ແລ່ ກໍຈະເອົາຄຳວ່າ ປາດ ມາໃຊ້ແທນ. ຄຳວ່າ: ແລ່ ກັບ ປາດ ເປັນຄຳໃນກຸ່ມດຽວຄື ການໃຊ້ແນວຄົມ ທຳກັບສິ່ງໃດໜຶ່ງ ໃຫ້ບາດ ຫຼື ຂາດ, ແຕ່ຄວາມໝາຍຂອງ ຄຳແຕ່ລະຄຳ ມີອັນສະເພາະ ຈິ່ງຄວນຮູ້ ແລະ ເລືອກໃຊ້ ໃຫ້ຖືກວ່າ ປາດບໍ່ແມ່ນແລ່ ແລະ ການໃຊ້ຄຳວ່າ ຄູ ແລະ ອາຈານ, ນັກຮຽນ ແລະ ນັກສຶກສາ ກໍບໍ່ຄວນ ນຳມາໃຊ້ ນຳກັນສະເໝີ ຄວນເລືອກໃຊ້ ໃຫ້ຖືກກໍລະນີ.
-
ເພາະຄວາມຮູ້ ຄວາມໝາຍ ຂອງຄຳບໍ່ແນ່ນອນ ຄື: ເຂົ້າໃຈ ຄວາມໝາຍຂອງຄຳວ່າ ໂອ້ລົມ ປົນເປກັບຄຳວ່າ ປຶກສາ; ສົນທະນາ ປົນເປກັບຄຳວ່າ ພິຈາລະນາ. ຄວາມຄິດ ປົນເປກັບ ຄຳເຫັນ; ຕັດ ປົນກັບຄຳ ບັກ; ພົບ ປົນກັບ ພໍ້; ຄູ ປົນເປ ກັບຄຳວ່າ ອາຈານ; ນັກຮຽນ ປົນເປກັບຄຳວ່າ ນັກສຶກສາ ແລະ ອື່ນໆ. ຫາກຄວາມຮູ້ ໃນຄວາມໝາຍຂອງຄຳ ບໍ່ແນ່ນອນວ່າ ຄຳໃດມີຄວາມໝາຍແນວໃດແທ້ ເວລາໃຊ້ ມັກເກີດການເຮາະໝົດທຸກຄຳ ທີ່ມີຄວາມໝາຍ ໃກ້ກັບຄຳເວົ້າ ພາໃຫ້ທຸກຄຳ ໃນກຸ່ມນັ້ນ ມາຮວມສະແດງນຳກັນ ເປັນພົ້ວເປັນພວງ ແລ້ວແຕ່ຜູ້ຟັງ ຊິຈັບເອົາ ຄວາມໝາຍ ຂອງຄຳໃດ.