1.7K
ການສະແດງ folder ທີ່ຖືກເຊື່ອງ ແລະ ສະແດງ ຊື່ນາມສະກຸນ ຂອງໄຟຣ໌ເອກະສານຕ່າງໆ ໃຊ້ສຳລັບໃນເວລາທີ່ເຮົາຕ້ອງການຢາກຮູ້ນາມສະກຸນຂອງໄຟຣ໌ຕ່າງໆ ວ່າເປັນນາມສະກຸນຫຍັງ
(.txt,.html….) ແລະ ສະແດງ folder ທີ່ຖືກເຊື່ອງໄວ້ໂດຍໄວຣັດ ຫຼື ບຸກຄົນທີ່ເຊື່ອງ folder ນັ້ນໄວ້ ຫຼື ສະແດງ folder ທີ່ເຮົາເຊື່ອງໄວ້
ພວກເຮົາຈະມາແນະນຳວິທີປະຕິບັດ ເພື່ອນຳໄປໃຊ້ໃນຄອມພິວເຕີຂອງທ່ານ ມີວິທີການປະຕິບັດດັ່ງນີ້:
ໃຫ້ເຮົາດັບເບີຄິກໄປທີ່ My Computer
ແລ້ວຄິກທີ່ View ແລ້ວເລືອກຄິກທີ່ Options

ເຮົາຈະເຫັນໜ້າຕ່າງເຄື່ອງມື ຫຼັງຈາກນັ້ນຄິກໃສ່ແທັບ View

ໃຫ້ຕິກທີ່ Show hidden file, folder, and drives ເພື່ອສະແດງ folder ທີ່ຖືກເຊື່ອງໄວ້
ໃຫ້ຕິກຖືກອອກ ທີ່ Hide extension for known file type ເພື່ອສະແດງນາມສະກຸນຂອງໄຟຣ໌ວ່າເປັນ . ຫຍັງ
ຈາກນັ້ນໃຫ້ ຄິກ ok
ວິທີການເຊື່ອງ folder
ການເຊື່ອງ folder ແມ່ນໃຊ້ສຳລັບ ເຊື່ອງ folder ທີ່ເປັນຂໍ້ມູນທີ່ສຳຄັນຂອງເຮົາ ເຮົາບໍ່ຢາກໃຫ້ຄົນອື່ນເຫັນ
ໃຫ້ຄິກຂວາໃສ່ folder ທີ່ຕ້ອງການເຊື່ອງ ແລ້ວຄິກທີ່ Properties
ໃຫ້ຕກຖືກ ທີ່ Hidden ຈາກນັ້ນຄິກ ok


