Home » ການລ້ຽງລູກດ້ານບວກເໝາະສົມກັບພໍ່ແມ່ຍຸກໃໝ່

ການລ້ຽງລູກດ້ານບວກເໝາະສົມກັບພໍ່ແມ່ຍຸກໃໝ່

ໂດຍ ຄໍາສັບລາວ

ການລ້ຽງລູກດ້ານບວກ ເປັນແນວທາງການລ້ຽງລູກຂອງພໍ່-ແມ່ຍຸກໃໝ່ ທີ່ກໍາລັງໃຫ້ຄວາມສົນໃຈ ແລະ ຄວນ ນໍາເອົາໄປປັບໃຊ້ກັບ ການລ້ຽງລູກຂອງຕົນເອງ ຫຼາຍຄົນເລືອກສຶກສາ ຜ່ານການອ່ານປື້ມ ແລະ ສຶກສາຜ່ານ ສື່ອອນລາຍ ຕ່າງໆ. ການລ້ຽງລູກດ້ານບວກຄື ວິທີການລ້ຽງລູກທີ່ເຂົ້າໃຈ ການເຮັດວຽກຂອງສະໝອງທາງວິທະຍາສາດ, ໂດຍເນັ້ນການລ້ຽງລູກດ້ວຍຄວາມຮັກ, ຄວາມເຂົ້າໃຈ, ຄວາມແຕກຕ່າງຫຼາກຫຼາຍ ຂອງເດັກແຕ່ລະຄົນ, ໃຊ້ລະບຽບວິໄນເປັນເຄື່ອງມື ແລະ ບໍ່ໃຊ້ຄວາມຮຸນແຮງ ລວມທັງຄໍາເວົ້າ ແລະ ການກະທໍາທີ່ບໍ່ດີຕໍ່ລູກ. ຫຼັກການລ້ຽງລູກ ດ້ານບວກ ຈະໃຊ້ວິທີການສອນ, ການປະຕິບັດຕົວຈິງ ເພື່ອໃຫ້ເດັກນ້ອຍ ເຫັນຜົນທີ່ຈະເກີດຂຶ້ນ ແລະ ໃຊ້ເຕັກນິກຕ່າງໆ ກະຕຸ້ນ ໃຫ້ສະໝອງສ່ວນວິເຄາະ ເຮັດວຽກໄດ້ດີຂຶ້ນ.

ຫຼາຍສັງຄົມທີ່ພໍ່-ແມ່ຈະມີອໍານາດເໜືອລູກ, ຄູມີອໍານາດເໜືອລູກສິດ ຈຶ່ງໃຊ້ວິທີການບັງຄັບ, ຂູ່ເຂັນ ເຮັດໃຫ້ຢ້ານ ແລະ ຕີ ໃຫ້ຈື່ຈໍາ ຊຶ່ງແຕກຕ່າງຈາກການລ້ຽງລູກ ດ້ານບວກ ທີ່ເຮົາຈະບໍ່ສະແດງ ຄວາມຮຸນແຮງຕໍ່ເດັກນ້ອຍ, ບໍ່ສ້າງບາດແຜໃນໃຈ ໃຫ້ເດັກໃນການເຕີບໃຫຍ່, ຄວນໃຫ້ຄໍາຍ້ອງຍໍ, ຊົມເຊີຍ, ໃຫ້ກໍາລັງໃຈ ສອນໃຫ້ລູກຮູ້ຜົນ ທີ່ຈະຕາມມາ ແລະ ຝຶກວິໄນຢ່າງຈິງຈັງ ແລະ ສະໝໍ່າສະເໝີ.

ການລ້ຽງລູກດ້ານບວກ ແມ່ນການກະຕຸ້ນສະໝອງ 3 ສ່ວນຄື: ສະໝອງສ່ວນເທິງ ຫຼື ສະໝອງສ່ວນຄິດ, ສະໝອງ ສ່ວນກາງ ຫຼື ສະໝອງສ່ວນອາລົມ ແລະ ສະໝອງສ່ວນລຸ່ມ ຫຼື ສະໝອງສ່ວນສັນຊາດຕະຍານ. ສະໝອງສ່ວນລຸ່ມມີການພັດທະນາ ທີ່ດີຕັ້ງແຕ່ເກີດ ແລະ ເຮັດວຽກຮ່ວມກັນ ກັບສະໝອງ ສ່ວນກາງ ເພື່ອກະຕຸ້ນໃຫ້ຄົນເຮົາ ເອົາຕົວລອດຈາກຄວາມຮູ້ສຶກ ທີ່ບໍ່ປອດໄພ ເມື່ອໃດທີ່ຢູ່ໃນພາວະຄຽດ ສະໝອງສ່ວນລຸ່ມ ຈະຕອບສະໜອງກັບທັນທີຄື: ສູ້, ໜີ, ຍອມ ຊຶ່ງໃນຄອບຄົວທີ່ພໍ່-ແມ່ ໃຊ້ຄວາມຮຸນແຮງ ໃນການລ້ຽງລູກ ການຕອບສະໜອງທັ້ງ 3 ແບບ ມັກຈະສົ່ງຜົນລົບຕໍ່ພັດທະນາການ ຂອງເດັກ. ສະໝອງສ່ວນເທິງ ເປັນສະໝອງ ທີ່ພັດທະນາຊ້າທີ່ສຸດ ໂດຍຈະພັດທະນາເຕັມທີ່ ໃນໄລຍະອາຍຸໄດ້ 25 ປີ, ຍ້ອນແນວນີ້ ເມື່ອເວລາເດັກນ້ອຍ ຮ້ອງໄຫ້, ໃຈຮ້າຍ ໂດຍບໍ່ມີເຫດຜົນ ເພາະເດັກນ້ອຍ ບໍ່ໄດ້ຕັ້ງໃຈ ເນື່ອງຈາກເປັນການຕອບສະໜອງ ຕາມທໍາມະຊາດ ຂອງສະໝອງສ່ວນລຸ່ມ ແລະ ເປັນຂໍ້ຈໍາກັດ ຕາມທໍາມະຊາດ ທີ່ເດັກນ້ອຍມີ. ການລ້ຽງລູກດ້ານບວກ ຄືການເຮັດໃຫ້ສະໝອງ ສ່ວນອາລົມ ສະຫງົບ ເພື່ອໃຫ້ເດັກນ້ອຍ ຝຶກໃຊ້ສະໝອງສ່ວນວິເຄາະ ໃຫ້ຫຼາຍຂຶ້ນ.

ພໍ່-ແມ່ທ່ານໃດ ທີ່ຈະນໍາໃຊ້ວິທີການລ້ຽງລູກດ້ານບວກມາໃຊ້, ຕ້ອງເຂົ້າໃຈອາລົມ ແລະ ຈັດການອາລົມ ຂອງຕົນເອງກ່ອນ ເພື່ອບໍ່ໃຫ້ມີອາລົມ ຮຸນແຮງ ແລະ ກະຕຸ້ນໃຫ້ສະໝອງ ສ່ວນວິເຄາະ ຂອງເຮົາເຮັດວຽກ.

ຕົວຢ່າງ: ພໍ່-ແມ່ ດ້ານບວກຕ້ອງໃຊ້ວິທີການຄວບຄຸມອາລົມຂອງລູກ ເມື່ອພົບວ່າລູກໃຈຮ້າຍ, ໂມໂຫ ໃຫ້ສະທ້ອນຄວາມຮູ້ສຶກລູກທັນທີ ໂດຍເວົ້າກັບລູກວ່າ: “ລູກກໍາລັງໃຈຮ້າຍ ແມ່ເຂົ້າໃຈ ລູກກໍາລັງໂມໂຫ ເຮົາມາ ປັດເປົາຄວາມໃຈຮ້າຍອອກໄປເນາະ ຫາຍໃຈເຂົ້າເລິກໆ ແລ້ວເປົ່າລົມອອກດັງໆ ຟູ່”. ວິທີນີ້ ຈະສອນໃຫ້ເດັກນ້ອຍ ຮູ້ຈັກອາລົມ ແລະ ວິທີຈັດການອາລົມ ທີ່ເກີດຂຶ້ນໃນເວລານັ້ນ. ພໍ່-ແມ່ບໍ່ຄວນຈັດການອາລົມ ຂອງລູກ ດ້ວຍການອອກຄໍາສັ່ງ ແລະ ບໍ່ຄວນໃຊ້ວິທີດ້ານລົບ ດ້ວຍຄໍາເວົ້າໃຈຮ້າຍໃສ່ລູກ “ແມ່ບອກແລ້ວແມ່ນບໍ່ ວ່າຢ່າເຮັດແບບນີ້ ບໍ່ຕ້ອງໃຈຮ້າຍ” ເພາະຈະຍິ່ງເຮັດໃຫ້ອາລົມ ເດັກນ້ອຍ ຂຶ້ນແຮງກວ່າເກົ່າ ຍ້ອນສະໝອງສ່ວນອາລົມ ຖືກກະຕຸ້ນ.

ການລ້ຽງລູກດ້ານບວກເປັນວິທີທີ່ຍາກ ແຕ່ເປັນເລື່ອງຍາກທີ່ສາມາດເປັນຈິງໄດ້. ການລ້ຽງລູກບໍ່ມີຖືກ, ບໍ່ມີ ຜິດ ບໍ່ຈໍາເປັນຕ້ອງຖືກທຸກຮູບແບບ ຊຶ່ງພໍ່ແມ່ທ່ານໃດ ທີ່ສົນໃຈລ້ຽງລູກແບບນີ້ ຄວນມີທີ່ປຶກສາ ບໍ່ວ່າຈະເປັນ ໝໍເດັກນ້ອຍ ຫຼື ພໍ່ແມ່ຜູ້ມີປະສົບການ ຈະເປັນຜູ້ຊ່ວຍ ທີ່ເຮັດໃຫ້ການລ້ຽງລູກດ້ານບວກ ປະສົບຄວາມສໍາເລັດໄດ້.

ໂດຍ: ພອຍໄພລິນ
https://news.thaipbs.or.th

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!