Home » ການກວດເບິ່ງ CPU ແລະ RAM ໃນຄອມພິວເຕີ

ການກວດເບິ່ງ CPU ແລະ RAM ໃນຄອມພິວເຕີ

ໂດຍ ຄໍາສັບລາວ

ການກວດ​ເບິ່ງ CPU ​ແລະ RAM ​ແມ່ນ​ກວດ​ເບີ່​ງວ່າ ​ໃນ​ຕອນ​ເຮົາ​ໃຊ້​ຄອມ​ພິວ​ເຕີ​ເຮັດ​ວຽກ​ຢູ່​ນັ້ນ​ມັນ​ໃຊ້ CPU ​ແລ​ະ RAM ​ໄປ​ຈັກ % ​ແລະ ຈັກ MB. ຖ້າ​ບັງ​ເອີນ​ເຮົາ​ບໍ່​ໄດ້​ເປີດ​ໂປຣ​ແກຣມຫຍັງ

ຫຼື ບໍ່​ໄດ້​ຫຼິ້ນ​ຫຍັງ ​ເປີດ​ໄວ້​ລ້າໆ ​ແລ້ວ​ເຮົາ​ໄປ​ກວດ​ເບິ່ງ CPU ​ແລະ RAM ​ເຫັນ​ວ່າ​ມັນ​ຖືກ​ໃຊ້​ງານ​ຫຼາຍ​ຜິດ​ປົກກະຕິ ໝາຍ​ຄວາມ​ວ່າ​ມີ​ໄວ​ຣັດຄອມ​ພິວ​ເຕີ ຫຼື ມີ​ບາງ​ໂປຣ​ແກຣມທີ່​ຍັງ​ຖືກ​ໃຊ້​ງານ​ຢູ່.

​ເຊິ່ງວິທີ​ການກວດ​ເບິ່ງ​ນັ້ນ​ ​ໄປ​ເບິ່ງ​ນຳ​ກັນ​ເລີຍ

​ໃຫ້​ຄິກຂວາ​ໃສ່ Task bar ​ແລ້ວ​ເລືອກ Start Task Manager ຫຼື ກົດ​ປຸ່ມ Ctrl + Alt +Delete ຢູ່​ເທິງ​ແປ້ນ​ພິມ ​ແລ້ວ​ເລືອກ Start Task Manager

ເຮົາ​ຈະ​ເຫັນ​ໜ້າ​ຕ່າງ Task Manager ​ແລ້​ວຄິກທີ່​ແທັບ Performance ​ແລ້ວ​ເຮົາ​ຈະ​ເຫັນ

CPU Usage ​ແມ່ນ​ສະ​ແດງ​ເຖິງ % ທີ່ CPU ກຳລັງ​ເຮັດ​ວຽກ ຖ້າ % ຫຼາຍ​ໝາຍ​ເຖິງ CPU ​ເຮັດ​ວຽກ​ໜັກ

Memory ​ແມ່ນ​ສະ​ແດງ​ເຖິງ ພື້ນ​ທີ່ ທີ່ RAM ກຳລັງ​ໃຊ້​ເຮັດ​ວຽກ​ຢູ່ ຖ້າ MB ມັນ​ໃຊ້​ງານ​ຫຼາຍ​ໝາຍ​ເຖິງ RAM ກຳລັງ​ຖືກ​ໃຊ້​ງານ​ເນື້ອ​ທີ່​ຫຼາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!