1.7K
ການກວດເບິ່ງ CPU ແລະ RAM ແມ່ນກວດເບີ່ງວ່າ ໃນຕອນເຮົາໃຊ້ຄອມພິວເຕີເຮັດວຽກຢູ່ນັ້ນມັນໃຊ້ CPU ແລະ RAM ໄປຈັກ % ແລະ ຈັກ MB. ຖ້າບັງເອີນເຮົາບໍ່ໄດ້ເປີດໂປຣແກຣມຫຍັງ
ຫຼື ບໍ່ໄດ້ຫຼິ້ນຫຍັງ ເປີດໄວ້ລ້າໆ ແລ້ວເຮົາໄປກວດເບິ່ງ CPU ແລະ RAM ເຫັນວ່າມັນຖືກໃຊ້ງານຫຼາຍຜິດປົກກະຕິ ໝາຍຄວາມວ່າມີໄວຣັດຄອມພິວເຕີ ຫຼື ມີບາງໂປຣແກຣມທີ່ຍັງຖືກໃຊ້ງານຢູ່.
ເຊິ່ງວິທີການກວດເບິ່ງນັ້ນ ໄປເບິ່ງນຳກັນເລີຍ
ໃຫ້ຄິກຂວາໃສ່ Task bar ແລ້ວເລືອກ Start Task Manager ຫຼື ກົດປຸ່ມ Ctrl + Alt +Delete ຢູ່ເທິງແປ້ນພິມ ແລ້ວເລືອກ Start Task Manager

ເຮົາຈະເຫັນໜ້າຕ່າງ Task Manager ແລ້ວຄິກທີ່ແທັບ Performance ແລ້ວເຮົາຈະເຫັນ
CPU Usage ແມ່ນສະແດງເຖິງ % ທີ່ CPU ກຳລັງເຮັດວຽກ ຖ້າ % ຫຼາຍໝາຍເຖິງ CPU ເຮັດວຽກໜັກ
Memory ແມ່ນສະແດງເຖິງ ພື້ນທີ່ ທີ່ RAM ກຳລັງໃຊ້ເຮັດວຽກຢູ່ ຖ້າ MB ມັນໃຊ້ງານຫຼາຍໝາຍເຖິງ RAM ກຳລັງຖືກໃຊ້ງານເນື້ອທີ່ຫຼາຍ


