1.3K
ການກວດລາຍລະອຽດຂອງຄອມພິວເຕີ ແມ່ນຈະຊ່ວຍໃຫ້ເຮົາຮູ້ວ່າ ຄອມພິວເຕີໜ່ວຍນີ້ ລຸ້ນຫຍັງ CPU ເທົ່າໃດ RAM ເທົ່າໃດ ເພື່ອງ່າຍໃນການເລືອກຊື້ຄອມພິວເຕີ.
ພວກເຮົາຈະມາແນະນຳວິທີປະຕິບັດເຊິ່ງຈະມີຂັ້ນຕອນວິທີການປະຕິບັດແນວໃດນັ້ນ ພວກເຮົາໄປເບິ່ງນຳກັນເລີຍ!!!
ໃຫ້ເຮົາຄິກໄປທີ່ Start ຫຼື ກົດປຸ່ມ windows ຢູ່ເທິງແປ້ນພິມ
ຈາກນັ້ນພິມຄຳວ່າ run ຢູ່ບ່ອນ search ແລ້ວເຮົາຈະເຫັນ Run ແລ້ວຄິກໃສ່ Run ຫຼື ກົດປຸ່ມ windows + R

ເຮົາຈະເຫັນໜ້າຕ່າງ Run ແລ້ວພິມຄຳວ່າ dxdiag ແລ້ວກົດ ok

ເຮົາຈະເຫັນໜ້າຕ່າງ ສະແດງຂໍ້ມູນລາຍລະອຽດຂອງຄອມພິວເຕີວ່າ CPU RAM Windows ແລະ ອື່ນໆ


ແທັບ Display ແລະ Render ແມ່ນສະແດງລາຍລະອຽດຂອງຂໍ້ມູນ Graphic card ຂອງຄອມພິວເຕີເຮົາ
ຖ້າເຮົາຮູ້ຂໍ້ມູນໝົດແລ້ວໃຫ້ເຮົາຄິກ Exit
ການເບິ່ງລາຍລະອຽດຂໍ້ມູນຄອມພິວເຕີແບບເບື້ອງຕົ້ນ
ຄິກຂວາໃສ່ My Computer ແລ້ວເລືອກ Properties ເຮົາກໍຈະເຫັນຂໍ້ມູນຄອມພິວເຕີເບື້ອງຕົ້ນ



