ຄຳໂຕງໂຕຍ ກະຕ່າຍຕື່ນໝາກຕູມ ໂດຍ ຄໍາສັບລາວ 07/08/2021 1K ຄຳໂຕງໂຕຍນີ້ ມີຄວາມໝາຍວ່າ ກ່ອນຈະເຊື່ອໃນສິ່ງໃດສິ່ງໜຶ່ງ ຕ້ອງໄດ້ມີການ ຄົ້ນຄຶດ ຕຶກຕອງ ຫາເຫດຜົນກ່ອນ ຈິ່ງບໍ່ພາຕົນເອງ ແລະ ຄົນອື່ນ ມີຄວາມເດືອດຮ້ອນ. ດັ່ງ ກະຕ່າຍ ທີ່ບໍ່ເບິ່ງ ບັນຫາຄັກແນ່, ໄດ້ຍິນໝາກຕູມຫຼົ່ນລົງໃສ່ ກໍຄິດວ່າແມ່ນແຜ່ນດິນໄຫວ. ດັ່ງ ນິທານທີ່ວ່າ ກະຕ່າຍ ຕື່ນຈາກນອນ ທັງຫຼັບທັງຝັນ ແລ່ນປົບໜີ ຄິດວ່າແຜ່ນດິນໄຫວ ພ້ອມທັງ ສະແດງອາການ ຕື່ນຕົກໃຈ, ເຮັດໃຫ້ຝູງສັດທັງຫຼາຍ ແຕກຕື່ນໄປນຳກັນ ເມື່ອລາຊະສີຮູ້ ກໍມາຖາມເຖິງ ກົກປາຍສາເຫດ ຄວາມຈິງທີ່ເກີດຂຶ້ນ ແລ້ວກໍພາກັນໄປ ບ່ອນຕົ້ນເຫດ, ບໍ່ເຫັນແຜ່ນດິນໄຫວ ເຫັນແຕ່ໝາກຕູມ ຕົກຫຼົ່ນຢູ່ ຈິ່ງສັ່ງສອນ ສັດທັງຫຼາຍ ໃຫ້ພິຈາລະນາ ກ່ອນຈະເຊື່ອສິ່ງໃດ ຢ່າເຮັດຫູເບົາ ເອົາໃຈງ່າຍ ດັ່ງ ກະຕ່າຍຕື່ນໝາກຕູມ. (ຫຸມພັນ, 2007:ກ) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023