Home » ໝົກປາແດກກໍ່ມີຄູ ຈີ່ປູກໍ່ມີວາດ

ໝົກປາແດກກໍ່ມີຄູ ຈີ່ປູກໍ່ມີວາດ

ໂດຍ ຄໍາສັບລາວ

ປາແດກ ແມ່ນອາຫານ ທີ່ຄົນລາວ ມັກທີ່ສຸດ ບໍ່ວ່າ ຈະເອົາມາປຸງແຕ່ງ ໃສ່ກັບ ອາຫານປະເພດອື່ນໆ ຫຼື ເອົາມາກິນ ກັບເຂົ້າໂລດກໍດີ ເຊິ່ງກ່ອນຈະກິນ ກໍຕ້ອງ ໝົກກ່ອນຈຶ່ງແຊບ. ດັ່ງນັ້ນ, ເວລາໝົກ ກໍຕ້ອງມີວາດມີກົນ ເພື່ອບໍ່ໃຫ້ ປາແດກ ເປື່ອຍຈົນແຫ້ງກ້າງ, ສ່ວນການ ຈີ່ປູ ກໍເຊັ່ນດຽວກັນ ກ່ອນຈະເອົາ ຈີ່ໃສ່ໄຟ ເພີ່ນມັກຈະກຳມື ເພື່ອບໍ່ໃຫ້ ຂາກະປູ ຫຼົ່ນອອກໝົດ ແລະ ຄຳໂຕງໂຕຍນີ້ ຕາມຜູ້ເຖົ້າຜູ້ແກ່ ເພີ່ນໄດ້ກ່າວບອກ ໄວ້ວ່າ ການກະທຳສິ່ງໃດ ກໍຕາມ ຕ້ອງມີວິທີຂັ້ນຕອນ ຈຶ່ງຈະໄດ້ຮັບຜົນດີ, ຄວນປະຕິບັດຕາມ ຄຳແນະນຳສັ່ງສອນຂອງ ພໍ່ແມ່, ຄູບາອາຈານ ຫຼື ຜູ້ຮູ້ຜູ້ເກີດກ່ອນເຮົາຈຶ່ງຈະດີ.

(ສີລາ, 2000:14), ສຶກສາຄຳໂຕງໂຕຍໃນພາສາລາວ, ປ. ໂທ ປີ 2015

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!