Home » ໝາກພ້າວຫ້າວຂາຍສວນ

ໝາກພ້າວຫ້າວຂາຍສວນ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ມີຄວາມໝາຍຕາມຕົວບົດ ທີ່ສະແດງອອກມາຄື: ໝາກພ້າວຫ້າວ ຈະມີຄວາມມັນ ຢູ່ພາຍໃນໂຕຢູ່ແລ້ວ ແລະ ເປັນໝາກພ້າວ ທີ່ຢູ່ກັບສວນດົນນານ ພໍສົມຄວນ, ຖ້າຫາກນັບມາແຕ່ ຍັງເປັນໜ່ວຍທີ່ນ້ອຍໆ ເພາະສະນັ້ນ ໝາກພ້າວຫ້າວ ຈະລຶ້ງກັບສະພາບ ດິນສວນດີກວ່າ ເພາະວ່າມັນ ໄດ້ຮັບສານອາຫານຈາກ ຮາກຂອງມັນ ທີ່ດູດຊຶມມາຈາກດິນ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງປຽບເໝືອນ ຜູ້ທີ່ມີປະສົບການ ແລະ ຮູ້ສະພາບຄວາມເປັນມາ ຂອງທີ່ຢູ່ອາໄສດີ ເມື່ອຮູ້ວ່າຢູ່ໃນ ສະຖານທີ່ນັ້ນ ມີສິ່ງທີ່ບໍ່ດີເກີດຂຶ້ນ ກໍຈະມັກເວົ້າ ໃຫ້ຜູ້ອື່ນຮູ້ ໃນລັກສະນະເຮັດໃຫ້ ຂາຍໜ້າ. ອີກໃນໜຶ່ງ ໝາກພ້າວຫ້າວ ຕາມຄວາມເປັນຈິງ ມັນຈະມີຄວາມມັນຫຼາຍ ແຕ່ເມື່ອເອົາມານຳໃຊ້ ພັດບໍ່ມັນຄືທີ່ຄິດໄວ້ ຈຶ່ງເວົ້າວ່າ “ໝາກພ້າວຫ້າວຂາຍສວນ” ເຊິ່ງມີຄວາມໝາຍປຽບເຖິງ ຜູ້ທີ່ຮຽນຫຼາຍ ຄືມີຄວາມຮູ້ສູງ ຫຼື ຜູ້ທີ່ວ່າຕົນ ມີປະສົບການຫຼາຍ ໃນການເຮັດວຽກ ແຕ່ພໍໃຫ້ເຮັດວຽກຕົວຈິງ ຜົນອອກມາ ບໍ່ໄດ້ຮັບຄຸນນະພາບດີ.

(ທອງມີ, 2007:191)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!