Home » ໄປຢຽບໝາ ມາຢຽບຂຽດ

ໄປຢຽບໝາ ມາຢຽບຂຽດ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍ ທີ່ວ່າ “ໄປຢຽບໝາ ມາຢຽບຂຽດ” ແມ່ນອະທິບາຍເຖິງ:

ໝາ ແມ່ນສັດຊະນິດໜຶ່ງ ທີ່ຄົນເຮົາລ້ຽງ ໄວ້ໃນເຮືອນ ເພື່ອໃຫ້ເປັນຫູເປັນຕາ ໃນການຮັກສາ ບ້ານເຮືອນ ແລະ ມັນມັກນອນຢູ່ກ້ອງຂັ້ນໄດເຮືອນ ແລະ ຂ້າງຄີໄຟ; ຂຽດ ແມ່ນສັດຊະນິດໜຶ່ງ ທີ່ອອກຫາກິນ ໃນຍາມກາງຄືນ. ຄຳໂຕງໂຕຍນີ້ ແມ່ນເວົ້າເຖິງ ຄົນລາວ ທີ່ມີຄວາມດຸໝັ່ນ ຂະຫຍັນພຽນ ໃນການທຳມາຫາກິນ ລ້ຽງຊີວິດຄອບຄົວ, ຕື່ນເດິກລຸກເຊົ້າ ເພື່ອອອກຈາກເຮືອນ ດ້ວຍຄວາມຟ້າວ ໄປສູ່ ໄຮ່ນາຮົ້ວສວນ ເຮັດວຽກໃຫ້ທັນກັບ ລະດູການ ຊຶ່ງເມື່ອກ່ອນ ຍັງບໍ່ມີໄຟຟ້າ ຕ້ອງຍ່າງ ຜ່າຄວາມມືດ ຈົນບາງຄັ້ງ ຢຽບໝາ ທີ່ຍັງນອນ ບໍ່ຕື່ນຢູ່ຂ້າງຄີໄຟ ຫຼື ຢຽບໝາ ທີ່ນອນຢູ່ກ້ອງ ຂັ້ນໄດເຮືອນ ເພີ່ນຈຶ່ງເວົ້າວ່າ: “ໄປຢຽບໝາ”; ສ່ວນ “ມາຢຽບຂຽດ” ແມ່ນການເດີນທາງ ກັບຈາກ ໄຮ່ນາ ຍາມຄ່ຳຄືນ ເພາະວຽກງານຫຼາຍຈຶ່ງເຮັດວຽກ ຈົນຄ່ຳມືດ ຈຶ່ງໄດ້ກັບຕ່າວ ມາບ້ານເຮືອນ ດ້ວຍເຫດນັ້ນ, ບາງຄັ້ງກໍຢຽບກົບຂຽດ ທີ່ອອກຫາກິນ ຍາມຫົວຄ່ຳ ເພີ່ນຈຶ່ງເວົ້າວ່າ “ມາຢຽບຂຽດ” ເຊິ່ງຄຳໂຕງໂຕຍນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມຂະຫຍັນໝັ່ນພຽນ, ອົດທົນເຮັດວຽກ ໂດຍບໍ່ຮູ້ອິດຮູ້ເມື່ອຍ ໃນການທຳມາຫາກິນ ເພື່ອສ້າງຖານະ ຄວາມເປັນຢູ່ທີ່ດີຂຶ້ນ.

(ຫຸມພັນ, 2007:35)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!