Home » ເອົາໃຈໃສ່ຊົມໃຊ້ສິ້ນລາວ ເອກະລັກຂອງຄົນລາວ

ເອົາໃຈໃສ່ຊົມໃຊ້ສິ້ນລາວ ເອກະລັກຂອງຄົນລາວ

ໂດຍ ຄໍາສັບລາວ

ການ​ຕໍ່າສິ້ນ-​ຈົກ​ສິ້ນ ​ເປັນ​ອາຊີບ​ໜຶ່ງ​ທີ່​ຄົນ​ລາວ​​ໄດ້ສືບທອດ​ກັນມາ​ແຕ່​ບູຮານ​ນະ​ການ​ຈົນເຖິງ​ທຸກ​ວັນ​ນີ້ ລວດລາຍ​​ໃນ​ຜືນ​ສິ້ນ​ໄດ້​ສະ​ແດງ​ເຖິງ​​ຄວາມ​ປານີດ​ລະອຽດ​ອ່ອນ ບົ່ງ​ບອກ​ເຖິງ​ຄວາມ​ອົດທົນຂອງ​ຜູ້​ຜະລິດ. ​ເວົ້າ​ສະ​ເພາະກໍ​ຄື​ຫົວຄິດ​ປະດິດ​ສ້າງ​ຂອງ​ແມ່ຍິງ​ລາວ.

ການ​ຕໍ່າສິ້ນ​ໄດ້​ຖືກ​ວິວັດ​ໄປ​ຕາມ​​ແຕ່ລະຍຸກ ​​ແຕ່ລະ​ສະ​ໄໝ ຕາມ​ຄວາມ​ນິຍົມ. ​​ໃນ​ເມື່ອ​ກ່ອນ ການ​ຕໍ່າ​ສິ້ນ​ແມ່ນ​ຕໍ່າ​ດ້ວຍ​ມືທີ່​ມີ​ຄວາມ​ຫຍຸ້ງຍາກ ​ກ່ອນ​ຈະ​ອອກ​ມາ​ເປັນ​ສິ້ນ​ໃຫ້​​ແມ່ຍິງ​ໄດ້ນຸ່ງ​ ​ແມ່ນຕ້ອງ​ໄດ້​ຜ່ານຫຼາຍຂັ້ນ​ຕອນ. ສິ້ນໜຶ່ງຜືນ ​ໃຊ້​ເວລາ​ໃນ​ການ​ຕໍ່າບໍ່​ຕໍ່າ​ກວ່າ 1 ​ເດືອນ​ ບາງລວດ​ລາຍ​ກໍ​ອາດ​ຈະ​ຫຼາຍ​ກວ່າ 1 ​ເດືອນ​ກໍ​ມີ, ສິ້ນ​ບາງ​ຜືນ​ອາດ​ມີລາຄາ​​​ແພງ ​ຄຸນ​ນະພາ​ບດີ ຢູ່​ໄດ້​ດົນ​ຫຼາຍ​ປີ, ບາງ​ຜືນ​ຖ້າ​ມີ​ວິທີ​ຮັກສາ​ກໍ​ຢູ່​ໄດ້​ຈົນ​ຮອດ​ຮຸ່ນລູກ-​ຫຼານ​ກໍ​ມີ.​ ການ​ນຸ່ງ​ສິ້ນ​​ແຕ່ລະ​ຜືນ ຄວນ​ຄໍາ​ນຶງ​ເຖິງ ​ກາລະ​​ເ​ທສະ ວ່າ​ຄວນ​ໃສ່​ສີ​ແບບ​ໃດ​? ລວດລາຍ​ແບບ​ໃດ ທີ່​ສາມາດ​ນຸ່ງ​ໄປ​ຮ່ວມ​​ໃນ​ແຕ່​ລະ​ງານ​ເຊັ່ນ: ​ນຸ່ງ​ສີ​ແຈ​ດ, ສີ​ແດງທີ່ມີ​ລວດລາຍ​ເດັ່ນໆ ຄວນ​ໃສ່​ໃນ​ງານສະ​ເຫຼີ​ມ​ສະຫຼອງ​ວັນ​ສໍາຄັນໃດ​ໜຶ່ງ, ງານ​ສັງ​ສັນ ລວມທັງ​ງານ​ມ່ວນ​ຊື່ນ​ລື່​ນ​ເລີງຕາມ​ຮີດຄອງ​ປະ​ເພນີ​ລາວ; ກໍລະນີ​ທີ່ຢູ່​ຫ້ອງການ ຫຼື ສະຖານ​ທີ​ລັດຖະການ​ກໍ​ຄວນ​ໃສ່​ສີ​ບໍ່​ແຈ້ງ​ປານ​ໃດ​ເຊັ່ນ: ສີຟ້າ, ສີໝາກຄໍ້, ສີດໍາ…

ປັດຈຸ​ບັນ ປະ​ເທດ​ລາວ​ໄດ້​ເປີດ​ກວ້າງ​ທາງ​ດ້ານ​ການ​ຄ້າຂາຍ​ສົ່ງ​ອອກ-ນໍາເຂົ້າ​ ຈຶ່ງ​ເຮັດ​ໃຫ້​​ສິ້ນທີ່​ມາ​ຈາກ​ປະ​ເທດ​ໃກ້​ຄຽງ​ເລີ່​ມ​ເຂົ້າ​ມາ​ມີ​ອິດ​ທິພົນຫຼາຍຂຶ້ນ ຍ້ອນ​ລາຄາ​ຖື​ກ ​​ໃຊ້​ວັດຖຸ​ດິບ​ທີ່​ມີ​ຄຸນ​ນະພາ​ບຕໍ່າ​ໃນ​ການ​ຜະລິດ ມາຮອດ​ດຽວ​ນີ້ ​ເຫັນ​ບາງ​ຄົນ​​ນິຍົມ​ນຸ່ງ​ສິ້ນ​ທີ່​ນໍາ​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ ​ ​, ​ເນື່ອງຈາກ​ວ່າ ສິ້ນ​ທີ່​ນໍາ​ເຂົ້າ​ນັ້ນ ​ລາຄາ​ຈະ​ຖືກ​ກວ່າ ສິ້ນທີ່​ຄົນ​ລາວ​ຜະລິດ​ເອງ ​ຍ້ອນ​ແນວ​ນັ້ນ ​ແມ່ຍິງ​ລາວ​ຜູ້​ທີ່​ຍືດ​ເອົາ​ອາຊີບ​ຕໍ່າ​ສິ້ນ​ຂາຍ​ ​ຈຶ່ງມີ​ລາຍ​ໄດ້​ຕໍ່າລົງ​, ​ຈາກ​ເມື່ອ​ກ່ອນ ຕໍ່າ​ສິ້ນ​ຜືນ​ໜຶ່ງ ຂາຍ​ໄດ້​ຢ່າງ​ຕໍ່າ ລາຄາ 2-3 ​ແສນ​ກີບ​ ​ແຕ່​ປັດຈຸບັນ ຂາຍ​ໃນ​ລາຄານີ້​ແມ່ນ​​ຂາຍ​ໄດ້​ຍາກ​ຫຼາຍ ບໍ່​ຄື ສິ້ນ​ທີ່​ນໍາ​ເຂົ້າຈາກ​ຕ່າງປະ​ເທດ ລາຄາ​ແສນ​ປາຍ ຫຼື ບໍ່​ຮອດ​ແສນ​ກີບ ກໍ​ໄດ້​ນຸ່ງ​ແລ້ວ ຍ້ອນ​​ແມ່ຍິງ​ລາວ ຈໍານວນໜຶ່ງ​ຫັນ​​​ໄປ​ນຸ່ງ​ສິ້ນ​ທີ່​ຜະລິດ​ຈາກ​ໂຮງງານ, ໃຊ້​ໄໝລາຄາ​ຖືກ ​ຈຶ່ງ​ເຮັດໃຫ້ລາຄາສິ້ນ​​ຖືກລົງ, ຄວາມ​ງາມ​​ກໍງາມ​ຄ້າຍຄື​ກັນ ​ແລະ ຍັງ​ໄດ້​ປ່ຽນ​ລາຍ​ໃໝ່ຢູ່​ເລື້ອຍໆ.

ລອງ​ຄິດ​​ເບິ່ງ​ວ່າ! ​ການ​ນຸ່ງ​ສິ້ນ​ ຖື​ວ່າ​ເປັນ​ເອກະລັກສະ​ເພາະ​, ແມ່ນຄວາມງາມຂອງສີລະປະທີ່ສະທ້ອນເຖິງສີໄມ້ລາຍມືຂອງຄົນລາວ, ຄວາມສວຍງາມຂອງອາພອນເພດຊົງລາວ ນໍາ​ໃຊ້​ຂອງ​ຄົນ​ລາວ​ເປັນຜູ້​ຜະລິດ ໄດ້ເຮັດໃຫ້ຊາວຕ່າງຊາດຫັນມາສົນໃຈ ແລະ ນິຍົມຊົມຊອບສິ້ນ​ໄໝແພລາວ ຈົນສາມາດຜະລິດເປັນສິນຄ້າສົ່ງອອກທີ່ດີອີກປະເພດໜຶ່ງໄດ້ ຖ້າ​ເຮົາ​ຈໍາກັດ​ການ​ນໍາ​​ເຂົ້າ​ສິ້ນ​ຈາກ​ຕ່າງປະ​ເທດ, ​ສົ່ງ​ເສີມ​ການ​ນຸ່ງ​ຖືຈາກ​ຜະລິດ​ຕະພັນຂອງ​ຄົນ​ລາວ, ສ້າງ​ 1 ​ເມື​ອງ 1 ຜະລິດ​ຕະພັນ​, ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດນ້ອຍ ​ແລະ ຄວນ​ມີ​ອົງການ​ກວດ​ສອບ​ການ​ຂາຍ​ສິນ​ຄ້າ​ປອມ​ ຫຼື ສິນ​ຄ້າກອບ​ປີ້ ໃນ​ທ້ອງ​ຕະຫຼາດ.

ຖ້າ​ຍັງ​ພາກັນເບິ່ງຂ້າມ ແລະ ຖືເບົາກັບການຊົມ​ໃຊ້​ສິ້ນ​ທີ່​ຕົນ​ມີ​ມາ​ແຕ່​ນານ​ແລ້ວ ລະວັງ​ສິ້ນ, ​ເສື້ອ, ​ແພ​ໄໝທີ່​ແມ່ຍິງ​ເຮົາ​ນຸ່ງ​ຖື​ເປັນ​ມູນ​ມໍລະດົກ​ຂອງ​ຊາດ​ທີ່​ຜະລິດ​ຈາກ​ຄົນ​ລາວແທ້ໆ ຈະ​ໄລ​ລະ​ຖິ້ມ​ຖ້າ​ບໍ່​ຮັກສາ​ໄວ້. ສິ່ງ​ໃດ​ທີ່​ເປັນ​ມູນ​​ເຊື້ອ​ອັນ​ດີງາມ​ຂອງຊາດຈົ່ງ​ພາກັນ​ເສີມ​ຂະຫຍາຍ​ສືບ​ຕໍ່​ປົກ​ປັກ​ຮັກສາ​ເອກະລັກ ​ເພື່ອ​ຄວາມ​ກ້າວໜ້າ ​ແລະ ຊື່​ສຽງ​ຂອງ​ຊາດ​ລາວ​ເຮົາ.

​ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!