Home » ຮາກໄມ້ສອນຂວານ

ຮາກໄມ້ສອນຂວານ

ໂດຍ ຄໍາສັບລາວ

ຮາກໄມ້ ແມ່ນພາກສ່ວນ ທີ່ຢູ່ລຸ່ມສຸດ ຂອງຕົ້ນໄມ້ ແລະ ເປັນສິ່ງທີ່ດູດກິນນ້ຳ, ອາຫານ ເພື່ອໄປລ້ຽງ ລຳຕົ້ນໃຫ້ສົມບູນ ແລະ ຂວານ ແມ່ນ ອຸປະກອນ ຮັບໃຊ້ ຂອງຄົນລາວ ເຊິ່ງໃຊ້ ຕັດໄມ້. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງໝາຍຕາມຕົວວ່າ ຕົ້ນໄມ້ ທີ່ມີອາຍຸ ຫຼາຍປີ ຈະເຮັດໃຫ້ຮາກໄມ້ ມີຄວາມແຂງແກ່ນ ເມື່ອເວລາທີ່ຕ້ອງການ ຢາກຮູ້ວ່າ ຂວານທີ່ນຳໃຊ້ນັ້ນ ເຂົ້າດີ, ທົນທານໄດ້ບໍ ຕ້ອງໄດ້ຟັນທົດສອບໃສ່ ກັບ ຮາກໄມ້ ຖ້າຂວານດີ ມັນກໍຈະບໍ່ບິ່ນ ແຕ່ຖ້າບໍ່ດີ ກໍຈະເຮັດໃຫ້ ມັນບິ່ນແຕກຫ່ານ ໄປໃຊ້ວຽກບໍ່ໄດ້ ຈຶ່ງວ່າ “ຮາກໄມ້ສອນຂວານ” ເຊິ່ງມີ ຄວາມໝາຍ ປຽບເຖິງ ຄົນເຮົາວ່າ ເປັນຜູ້ທີ່ເກັ່ງກ້າ ສາມາດແທ້ບໍ ແມ່ນຕ້ອງໄດ້ຜ່ານການ ທົດສອບ ທີ່ເຂັ້ມງວດກວດຂັນກ່ອນຈຶ່ງຈະຮູ້ວ່າ ເກັ່ງ ແຕ່ຖ້າຄົນໃດ ບໍ່ຜ່ານ ກໍຖືວ່າ ຄົນນັ້ນ ບໍ່ເກັ່ງ ໄປເຮັດວຽກກໍຍາກທີ່ຈະໄດ້ຮັບຜົນສຳເລັດໄດ້.

(ສີລາ, 2000:2)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!