Home » ຮັບມືກັບການປ່ຽນແປງໃນບ່ອນເຮັດວຽກ

ຮັບມືກັບການປ່ຽນແປງໃນບ່ອນເຮັດວຽກ

ໂດຍ ຄໍາສັບລາວ

ຮັບມືກັບການປ່ຽນແປງ ໃນບ່ອນເຮັດວຽກ ຫຼາຍຄົນທີ່ເລີ່ມ ເຮັດວຽກໃໝ່ ອາດຮູ້ສຶກ ກັງວົນກັບ ພາວະຄວາມປ່ຽນແປງຕ່າງໆ ທີ່ເກີດຂຶ້ນ ໃນບ່ອນເຮັດວຽກ ບໍ່ວ່າຈະເປັນ ການແກ້ໄຂບັນຫາ ສະເພາະໜ້າ ກ່ຽວກັບຄົນ (ຫົວໜ້າ, ທີມງານ, ລູກຄ້າ), ໜ້າວຽກ, ແຜນວຽກ ທີ່ຕ້ອງປັບ ໃຫ້ເຂົ້າກັບ ສະຖານະການ ທີ່່ບໍ່ເຄີຍຢຸດນິ່ງ ເຊິ່ງມື້ນີ້ ຄຳສັບລາວ ຂໍແນະນໍາ ເຕັກນິກ ໃນການຮັບມື ກັບສະຖານະການ ເຫຼົ່ານີ້ ເພື່ອໃຫ້ທຸກທ່ານ ນຳໄປໃຊ້ ໃນການຈັດການກັບວຽກ ໄດ້ຢ່າງມືອາຊີບ:

  • ຍອມຮັບກັບການປ່ຽນແປງ: ກ່ອນອື່ນທຸກຄົນ ຕ້ອງໄດ້ທຳໃຈ ແລະ ຍອມຮັບວ່າ ການປ່ຽນແປງ ເປັນເລື່ອງປົກກະຕິ ປະຈຳວັນ ທີ່ຕ້ອງເກີດຂຶ້ນ ຢຸດຄາດຫວັງວ່າ ທຸກຢ່າງຈະເປັນ ດັ່ງໃຈເຮົາທຸກຄັ້ງ ເພື່ອຫຼຸດຜ່ອນ ຄວາມກັງວົນ ແຕ່ໃຫ້ຊອກຫາ ດ້ານບວກ ຂອງການປ່ຽນແປງ ວ່າມັນເປັນໂອກາດ ໃຫ້ເຮົາໃຊ້ຄວາມຄິດ ຫຼື ເປັນພຽງໂຈດ ທີ່ທ້າທາຍ ໃຫ້ເຮົາຊອກຫາ ວິທີແກ້ໄຂ ແລະໃຫ້ຮູ້ສຶກມ່ວນ ໄປກັບມັນ.

  • ເປັນນັກວາງແຜນສຳຮອງ: ການຕັ້ງເປົ້າໝາຍ ໃນການເຮັດວຽກ ໃນທຸກໄລຍະ (ປະຈຳວັນ, ອາທິດ, ເດືອນ, ປີ) ເປັນສິ່ງທີ່ດີ ແຕ່ທຸກຄົນຕ້ອງມີ ຫຼາຍເສັ້ນທາງ ເພື່ອໄປຫາ ເປົ້າໝາຍນັ້ນ ເພາະຫາກເສັ້ນທາງ ໜຶ່ງຕິດຂັດ ເຮົາກໍ່ສາມາດ ເລືອກເສັ້ນທາງອື່ນ ເພື່ອໄປຕໍ່ ແລະ ບັນລຸເປົ້າໝາຍໄດ້ ທັນເວລາ ທີ່ກຳນົດ.

  • ທີມງານຕ້ອງແໜ້ນ: ແນ່ນອນວ່າ ຫຼາຍຫົວ ຍ່ອມດີກວ່າ ຫົວດຽວ ການເຮັດວຽກ ເປັນທີມ ໂດຍສະເພາະຖ້າມີການ ສື່ສານທີ່ດີ ມີຄວາມເຂົ້າອົກ ເຂົ້າໃຈກັນ ກໍ່ຈະຊ່ວຍໃຫ້ ຮັບມືກັບ ຄວາມບໍ່ແນ່ນອນ ໄດ້ຢ່າງມືອາຊີບ ທີ່ສຳຄັນ ເມື່ອເກີດບັນຫາ ບໍ່ຄວນເສຍເວລາ ຊອກຫາຄົນຜິດ ແຕ່ໃຫ້ປຶກສາຫາລື ກັບທີມງານ ເພື່ອຊອກຫາວິທີ ແກ້ໄຂໃນທັນທີ ເພື່ອໃຫ້ຜົນງານ ອອກມາດີທີ່ສຸດ.

ໂດຍ ມໍລະກົດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!